ປະກັນໄພຊັບສິນ

ປະກັນໄພຊັບສິນຂອງ ພົງສະຫວັນປະກັນໄພ (ເອພີເອ) ຈະຄຸ້ມຄອງຊັບສິນຂອງທ່ານຈາກໄພພິບັດຕ່າງເຊິ່ງອາດຈະເປັນຜົນເສຍຫາຍທາງດ້ານການເງິນ ແລະ ຊັບສິນຂອງທ່ານ.

ພົງສະຫວັນ ປະກັນໄພ ເອພີເອ ໃຫ້ທ່ານຫຼາຍກ່ວາການຄຸ້ມຄອງ

You’re not just another customer

We’re not just another insurer

ປະກັນໄພຊັບສິນ ຄຸ້ມຄອງຫຍັງແນ່?

  1. ຕືກອາຄານ
  2. ຊັບສິນທຸລະກິດ /ສ່ວນຕົວ
    • ສາງສິນຄ້າ ແລະ ອຸປະກອນ
    • ເຄື່ອງຕົບແຕ່ງພາຍໃນ

ເພີ້ມວົງເງີນຄຸ້ມຄອງຂອງທ່ານ ດ້ວຍການເລືອກຄຸ້ມຄອງເພີ້ມ

  1. ຮັບຜິດຊອບຕໍ່ບຸກຄົນທີສາມ
  2. ການຖືກລັກຂະໂມຍ
  3. ການຢຸດສະງັກຂອງທຸລະກິດ

ບ້ານ, ອາຄານ ແລະ ຊັບສິນຕ່າງງຂອງທ່ານ ຫາກໄດ້ຮັບ ”ຄວາມເສຍຫາຍທີ່ເກິດຈາກລົມພະຍຸ” ພວກເຮົາພ້ອມໃຫ້ການຄຸ້ມຄອງ. ປະກັນໄພຊັບສິນ ຈາກ ພົງສະຫວັນ ປະກັນໄພ (ເອພີເອ), ພວກເຮົາເຂົ້າໃຈເຖິງຄວາມສໍາຄັນຂອງການປົກປ້ອງຊັບສິນຂອງທ່ານ ໃນຊ່ວງໜ້າຝົນແບບນີ້

 

 

ປະກັນໄພຊັບສິນທີ່ດີ ຄວນຄຸ້ມຄອງຫຍັງແນ່ ?

ປະກັນໄພຊັບສິນທີ່ດີ ຄວນທີ່ຈະຄຸ້ມຄອງຊັບສິນຂອງລູກຄ້າ ບໍ່ວ່າຈະມີຂະໜາດນ້ອຍ ຫຼື ຂະໜາດໃຫ່ຍ. ເຮົາຂໍແນະນຳ “ປະກັນໄພຊັບສິນ” ຈາກ ພົງສະຫວັນ ປະກັນໄພ (ເອພີເອ) ທີ່ໃຫ້ຄວາມຄຸ້ມຄອງໄພອັນຕະລາຍ, ຖືກລັກ ແລະ ໄພພິບັດຕ່າງໆ ທີ່ອາດເກີດຂື້ນກັບຊັບສິນຂອງທ່ານ.

ພວກເຮົາໃຫ້ຄວາມຄຸ້ມຄອງຫຍັງແນ່?

  • ໃຫ້ການຄຸ້ມຄອງ ບ້ານ ຫຼື ຕຶກອາຄານ ຈາກໄພທຳມະຊາດ ແລະ ເຫດທີ່ບໍ່ຄາດຄິດ
  • ອັກຄີໄພ, ຟ້າຜ່າ, ລະເບີດ, ແຜ່ນດິນໄຫວ, ຄວາມເສຍຫາຍຈາກນ້ຳ, ລົມພາຍຸ
  • ໃຫ້ການຄຸ້ມຄອງ ຊັບສິນບໍ່ວ່າຈະເປັນ ອຸປະກອນ ຫຼື ຊັບສິນທີ່ມີຄ່າຂອງທ່ານ
  • ການລັກ, ເຄຶ່ອງໃຊ້ໄຟຟ້າ, ແກ້ວແວ່ນແຕກ, ສາງສິນຄ້າ ແລະ ອຸປະກອນ, ເຄື່ອງຕົບແຕ່ງພາຍໃນ
  • ຊົດເຊີຍລາຍໄດ້ ແລະ ຄຸ້ມຄອງລາຍຈ່າຍເພີ່ມເຕີມ
  • ຄວາມຮັບຜິດຊອບຕໍ່ບຸກຄົນພາຍນອກ, ການຢຸດຊະງັກຂອງທຸລະກິດ, ຄ່າເຊົ່າສະຖານທີ່, ຄ່າໃຊ້ຈ່າຍໃນການອອກແບບ, ຄ່າເຄື່ອນຍ້າຍຊາກຫັກພັງ

ຜົນປະໂຫຍດແລະການຄຸ້ມຄອງ

  • ຜົນປະໂຫຍດ
  • ມີ 2 ແບບແຜນຄຸ້ມຄອງ (ຂັ້ນພື້ນຖານ ແລະ ຂັ້ນສູງ)
  • ຄຸ້ມຄອງເພີ້ມໃຫ້ເໝາະສົມຕາມຄວາມຕ້ອງການຂອງທ່ານ
  • ສາຍດ່ວນຊ່ວຍເຫຼືອສຸກເສີນ 24 ຊົ່ວໂມງ
  • ຂັ້ນຕອນການຮັບສິນທົດແທນສະດວກ ແລະ ວ່ອງໄວ

ໄພອັນຕະລາຍທີ່ຄຸ້ມຄອງ

  1. ການຄຸ້ມຄອງຂັ້ນພື້ນຖານ
  • ອັກຄີໄພ
  • ຟ້າຜ່າ
  • ລະເບີດ
  1. ການຄຸ້ມຄອງຂັ້ນສູງສຸດ
  • ອັກຄີໄພ
  • ຟ້າຜ່າ
  • ລະເບີດ
  • ການຍຸບຕົວຂອງຕືກອາຄານ
  • ລົມພະຍຸ
  • ແຜ່ນດີນໄຫວ
  • ຄວັນ
  • ເຮືອບິນ ຫຼື ຍານພາຫະນະ
  • ແກ້ວແວ່ນແຕກ

 

 

ຢ່າປ່ອຍໃຫ້ໄພພິບັດ ຫຼື ອັນຕະລາຍຮ້າຍແຮງອື່ນໆ ສ້າງຄວາມເສຍຫາຍຕໍ່ຊັບສິນທີ່ມີຄ່າຂອງທ່ານ ເລືອກເຮັດປະກັນໄພຊັບສິນທີ່ມີຄ່າຂອງທ່ານເລືອກເຮັດປະກັນໄພຊັບສິນໃນວັນນີ້, ເພື່ອປົກປ້ອງຊັບສິນທີ່ມີຄ່າຂອງທ່ານ ແລະ ຕົວທ່ານເອງ..

ການດຳເນີນທຸລະກິດ ເປັນສິ່ງທີ່ບໍ່ສາມາດຫຼີກລ່ຽງຄວາມສ່ຽງໄດ້, ແຕ່ສິ່ງສຳຄັນຂອງນັກປະກອບການທີ່ປະສົບຜົນສຳເລັດຄື ການມີວິທີການບໍລິຫານຄວາມສ່ຽງທີ່ດີ. ໂດຍສະເພາະ ແມ່ນການມີປະກັນໄພເພື່ອມາຮອງຮັບຄວາມສ່ຽງ ທີ່ນັກປະກອບການ ທຸກທ່ານອາດຕ້ອງຜະເຊີນ ເຊັ່ນ: ຄວາມເສຍຫາຍຂອງຊັບສິນ, ການຮຽກຮ້ອງຄວາມຮັບຜິດຊອບ, ແລະ ເຫດການບໍ່ຄາດຄິດອື່ນໆທີ່ອາດຈະເກີດຂື້ນ. ຄວາມສ່ຽງເຫຼົ່ານີ້ສາມາດເຮັດໃຫ້ ເກີດຄວາມສູນເສຍ ທາງການເງິນທີ່ເຮັດໃຫ້ທຸລະກິດ ຂອງທ່ານເກີດວິກິດໄດ້.

ການປະກັນໄພສາມາດສະຫນອງການສະຫນັບສະຫນູນທາງດ້ານການເງິນເພື່ອຊ່ວຍໃຫ້ທຸລະກິດຟື້ນຕົວຈາກການສູນເສຍດັ່ງກ່າວ ແລະ ສືບຕໍ່ການດໍາເນີນທຸລະກິດໄປຕໍ່ໄດ້. ພົງສະຫວັນ ປະກັນໄພ (ເອພີເອ) ພ້ອມໃຫ້ຄຳປຶກສາໃຫ້ກັບທ່ານເພື່ອປະເມີນຄວາມສ່ຽງ ແລະ ເລືອກນະໂຍບາຍປະກັນໄພທີ່ສາມາດສະຫນອງການຄຸ້ມຄອງທີ່ພຽງພໍສໍາລັບຄວາມຕ້ອງການຂອງທຸລະກິດຂອງທ່ານໄດ້.

 

 

ໃຫມ່!!! ພົບກັບຜະລິດຕະພັນສຸດພຣີມ້ຽມ ຈາກ ພົງສະຫວັນ ປະກັນໄພ (ເອພີເອ)

ປະກັນໄພ ຊັບສິນ Safe Assured Insurance ເປັນປະກັນໄພທີ່ອອກແບບມາເພື່ອມອບຄວາມຄຸ້ມຄອງທີ່ຄອບຄຸມຢ່າງຮອບດ້ານສຳລັບທຸລະກິດ ຫຼື ຕຶກອາຄານຂອງທ່ານ.

#ດ້ວຍການຄຸ້ມຄອງໂດຍກົງຕໍ່ຄວາມເສຍຫາຍຕົວຈິງ ຫຼື ການສູນເສຍຂອງຊັບສິນ ທີ່ເກີດຈາກ:

  • ໄຟໄໝ້, ຟ້າຜ່າ, ຄວັນ, ນ້ຳຖ້ວມ, ລົມພະຍຸ, ແຜ່ນດິນໄຫວ.
  • ການລະເບີດ, ເຮືອບິນ, ຄວາມເສຍຫາຍຈາກນ້ຳ, ລົດຕຳ, ການເປ່ເພຂອງເຄື່ອງຈັກ.
  • ການຈາລະຈົນ, ການປະທ້ວງ, ມຸ່ງຮ້າຍ ແລະ ອື່ນໆ.

#ການຂະຫຍາຍການຄຸ້ມຄອງພິເສດ

  • ການບາດເຈັບຈາກອຸບັດເຫດ ແລະ ລວມເຖິງການເສຍຫາຍທາງດ້ານຊັບສິນຂອງບຸກຄົນທີ່ສາມ.

#ຮັບສ່ວນຫຼຸດສູງສຸດເຖິງ 35% ສຳລັບອາຄານທີ່ມີມາດຕະການ ການຮັກສາຄວາມປອດໄພເຊັ່ນ:

  • ປໍ້ານ້ຳດັບເພີງ, ບັ້ງດັບເພີງ, ອຸປະກອນຈັບຄວາມຮ້ອນ ຫລື ຄວັນ.
  • ລະບົບນ້ຳສີດດັບເພີງອັດຕະໂນມັດ, ລະບົບສັນຍານເຕືອນໄຟໄໝ້.
  • ແຜນພັງທາງອອກສຸກເສີນ ທາງໜີໄຟ ແລະ ຂັ້ນໄດໜີໄຟ.
  • ມີພະນັກງານຮັກສາຄວາມປອດໄພ ແລະ ໄດ້ຝຶກອົບຮົມພະນັກງານ ເພື່ອກຽມການຮັບມື ສະຖານະການໄຟໄໝ້…

ພວກເຮົາສົ່ງເສີມມາດຕະການການຮັກສາຄວາມປອດໄພ ເພື່ອຜົນສຳເລັດຂອງທຸລະກິດທ່ານ

ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ