ປະກັນສຸຂະພາບແມ່ນປະກັນ ທີ່ຈະໃຫ້ຄວາມຄຸ້ມຄອງ ຄ່າປິ່ນປົວ,​ ຄ່າຢາ, ຄ່າຜ່າຕັດ ຕ່າງໆ ລວມທັງຮັບເງິນອຸດໜູນລາຍວັນ ເມື່ອທ່ານຕ້ອງເຂົ້າ ໂຮງໝໍ
ແຕ່ປະກັນສຸຂະພາບ ບໍ່ໄດ້ທົດແທນລາຍຮັບຂອງທ່ານ ຖ້າຫາກວ່າອຸປະຕິເຫດເຮັດໃຫ້ທ່ານບໍ່ສາມາດເຮັດວຽກໄດ້ ຊຶ່ງນັ້ນແມ່ນທີ່ມາຂອງ ປະກັນໄພອຸປະຕິເຫດສ່ວນບຸກຄົນ.
ພົງສະຫວັນ ປະກັນ (ເອພີເອ) ປະກັນໄພສຸຂະພາບ ແບບຄົບວົງຈອນ ເພີ່ມ ປະກັນໄພອຸປະຕິເຫດສ່ວນບຸກຄົນ ດ້ວຍຄ່າທຳນຽມອີກ 124,500 ກີບ ທ່ານກໍ່ຈະໄດ້ຮັບຄວາມຄຸ້ມຄອງດັ່ງຕໍ່ໄປນີ້:

  • ເງິນທົດແທນຄ່າປິ່ນປົວ ຈາກການບາດເຈັບ ສູງສຸດເຖິງ 1,200,000 ກີບ/ຄັ້ງ
  • ເງິນທົດແທນໃນກໍລະນີ ພິການຖາວອນ ສູງສຸດເຖິງ 25,000,000 ກີບ
  • ເງິນທົດແທນໃນກໍລະນີ ເສຍຊີວິດ ສູງສຸດເຖິງ 25,000,000 ກີບ