ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ເປັນກຽດຢ່າງຍິ່ງ ໃນການຄວ້າ 3 ລາງວັນໃຫຍ່ແຫ່ງປີ 2024 ຈາກ International Finance Awards ເເລະ The Global Economics. ນີ້​ແມ່ນ​ຜົນສຳ​ເລັດ​ທີ່​ສຳຄັນ ​ແລະ ​ເປັນ​ພະຍານ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ບໍລິສັດ​ຕໍ່​ຄວາມ​ດີ​ເລີດ​ໃນຂະແໜງ​ປະກັນ​ໄພ

  • ລາງວັນບໍລິສັດປະກັນໄພທີ່ຍຶດລູກຄ້າເປັນສູນກາງ – ພົງສະຫວັນ ປະກັນໄພ (ເອພີເອ) – ປະເທດລາວ
  • ລາງວັນຜະລິດຕະພັນປະກັນໄພຊີວິດທີ່ມີນະວັດຕະກຳສູງສຸດ – ປະກັນຊີວິດ ອີຊີ – ພົງສະຫວັນ ປະກັນໄພ (ເອພີເອ) – ປະເທດລາວ
  • ລາງວັນຜູ້ນຳລຸ້ນໃໝ່ທີ່ໂດດເດັ່ນໃນຂະແໜງປະກັນໄພ – ທ່ານ ດີນ ໂຣເບີດຣ໌ສັນ – ພົງສະຫວັນ ປະກັນໄພ (ເອພີເອ), ປະເທດລາວ

ລາງວັນເຫຼົ່ານີ້ໄດ້ສະເເດງເຖິງຄວາມທຸ່ມເທ ໃນການບໍລິການລູກຄ້າ, ນະວັດຕະກຳ ເເລະ ຄວາມເປັນຜູ້ນຳອັນໂດດເດັ່ນຂອງ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ).