ບໍລິສັດ ພົງສະຫວັນ ປະກັນໄພ ເອພີເອ ໄດ້ລົງນາມເຊັນສັນຍາຮ່ວມມືກັບ “ໂຮງໝໍ ລາວີ ອິນເຕີເນຊັນແນວ” ພວກເຮົາໄດ້ເພີ່ມໂຮງໝໍໃນເຄືອຂ່າຍເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າໃຫ້ໄດ້ຮັບການປິ່ນປົວທີ່ເຂົ້າເຖິງງ່າຍ, ລູກຄ້າທີ່ມີບັດປະກັນສຸຂະພາບສາມາດເຂົ້າຮັບການປິ່ນປົ່ວໄດ້ ໂດຍບໍ່ຈຳເປັນຕ້ອງສຳຮອງເງິນສົດຈ່າຍ ແລະ ມີຄວາມສະດວກວ່ອງໄວ.

ໂຮງໝໍ ລາວີ ອິນເຕີເນຊັນແນວ ເເມ່ນໃຫ້ການບໍລິການທາງການເເພດທີ່ມີມາດຕະຖານ ເເລະ ຈັນຍາບັນສູງ ໂດຍທີມເເພດທີ່ມີປະສົບການຈາກປະເທດຫວຽດນາມ ເເລະ ພ້ອມດ້ວຍເທັກໂນໂລຢີທາງການເເພດທີ່ທັນສະໄໝ.

ທັງສອງ​ຝ່າຍ​ຍັງ​ໄດ້​ເຫັນ​ດີ​ໃນການຮ່ວມ​ມືພັດທະນາດ້ານການບໍລິການ ແລະ ນຳໃຊ້ປະໂຫຍດຈາກຈຸດແຂງ​ຂອງ​ຕົນເອງ, ລວມເຖິງ ການປັບປຸງ ແລະ ເພີ່ມທະວີໃນການບໍລິການ.

ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ