ພາບບັນຍາກາດ ວັນບໍລິຈາກເລືອດໂລກທີ່ຈັດຂຶ້ນມື້ນີ້ ທີ່ ສູນການຄ້າ ໄອເຕັກມໍ ຊັ້ນ5 ເຊິ່ງເຕັມໄປດ້ວຍຄວາມ​ຟົດຟື້ນ ຂອງບັນດາຜູ້ເຂົ້າຮ່ວມບໍລິຈາກເລືອດ ແລະ ບໍລິສັດໃນເຄືອຂອງກຸ່ມບໍລິສັດ ພົງສະຫວັນ ຂອງພວກເຮົາກໍ່ໄດ້ເຂົ້າຮ່ວມໃນງານນີ້ດ້ວຍ.

ພົງສະຫວັນ ປະກັນໄພ (ເອພີເອ) ໄດ້ປະກອບສ່ວນມອບປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ ທັງໝົດ 1,500 ສັນຍາ ໃຫ້ກັບ ຄົນທີ່ເຂົ້າຮ່ວມບໍລິຈາກເລືອດ ລວມມູນຄ່າ 7,500,000,000 ກີບ ແລະ ມອບເງີນສົດຈຳນວນ 10.000.000 ກີບ ໃຫ້ແກ່ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ.

ພົງສະຫວັນ ປະກັນໄພ (ເອພີເອ) ຂໍເປັນຫນຶ່ງສຽງໃນການເຊີນຊວນທຸກທ່ານຮ່ວມຊ່ວຍເຫຼືອສັງຄົມໄປກັບພວກເຮົາ.