ສະບາຍດີ ປີໃຫມ່ລາວ ພສ 2568ເນື່ອງໃນໂອກາດປີໃຫມ່ລາວນີ້, ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຂໍສົ່ງຄຳອວຍພອນທີ່ອົບອຸ່ນເຖິງບັນດາລູກຄ້າ, ພັນທະມິດ ແລະ ທຸກໆທ່ານ, ຂໍໃຫ້ເທດສະການປີໃຫມ່ລາວນີ້ນຳພາຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມປອດໄພມາສູ່ ທ່ານ ແລະ ຄອບຄົວຂອງທ່ານ. ໃນຂະນະທີ່ທ່ານກຳລັງສະເຫລີມສະຫລອງກັບຄົນທີ່ຮັກ ແລະ ຍຶດຖືໃນປະເພນີອັນດີງາມນີ້ ຂໍໃຫ້ທຸກທ່ານເບີ່ງແຍງເຊິ່ງກັນແລະກັນສະເຫມີ. “ໂຊກດີປີໃຫມ່ລາວ” ດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ ຈາກ “ພົງສະຫວັນ ປະກັນໄພ (ເອພີເອ)”