ພິທີເຊັນສັນຍາ ວ່າດ້ວຍ “ການເຮັດທຸລະກຳປະກັນໄພ ແບບດິຈິຕອນ ຂອງ ພົງສະຫວັນປະກັນໄພ (ເອພີເອ) ຜ່ານ ບໍລິການ u-money” ລະຫ່ວາງ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ.

ຈຸດປະສົງໃນການເຊັນສັນຍາຄັ້ງນີ້ເພື່ອ ເປັນການເພີ່ມຊ່ອງທາງໃນການ ເຮັດທຸລະກຳ ໃຫ້ແກ່ລູກຄ້າ ດ້ວຍການເຮັດທຸລະກຳປະກັນໄພ ແບບດິຈິຕອນ ຂອງ ພົງສະຫວັນປະກັນໄພ (ເອພີເອ) ຜ່ານ ບໍລິການ u-money ໄດ້ໂດຍກົງ (ການຊື້ປະກັນໄພ ການຕໍ່ສັນຍາ ແລະ ການຈ່າຍຄ່າທຳນຽມປະກັນໄພ ) ເຊິ່ງຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ ປະຊາຊົນທົ່ວໄປ ທີ່ອາໄສ່ຢູ່ທຸກຂົງເຂດ ທົົ່ວປະເທດລາວ ສາມາດເຂົ້າເຖິງປະກັນໄພ ໄດ້ຢ່າງງ່າຍດາຍທີ່ສຸດ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *