ວັນ​ທີ 29 ຕຸລາ 2021, ທີ່ ສູນເລືອດແຫ່ງຊາດ-ອົງການກາແດງລາວ

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ (ພົງສະຫວັນ ປະກັນໄພ) ແລະ ສູນເລືອດແຫ່ງຊາດ-ອົງການກາແດງລາວ ໄດ້​ເຊັນບົດບັນທຶກການຮ່ວມມືໃນການຊ່ວຍເຫລືອລ້າ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ,ຊຶ່ງເປັນການມອບຄວາມຄຸ້ມຄອງໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດທີ່ ສູນເລືອດແຫ່ງຊາດ-ອົງການກາແດງລາວ ໃນຈຳນວນ 1,000 ຄົນເລີ່ມຕັ້ງແຕ່ວັນທີ່ 01 ພະຈິກ2021 ຈົນຄົບຈໍານວນ, ຊຶ່ງປະກັນໄພອຸປະຕິເຫດສ່ວນບຸກຄົນແມ່ນພ້ອມໃຫ້ຄວາມຄຸ້ມຄອງ 24/7 ຕໍ່ບຸກຄົນແລະທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸປະຕິເຫດຈາກການດຳລົງຊີວິດປະຈຳວັນ ທີ່ມີວົງເງິນຄຸ້ມຄອງສູງສຸດເຖິງ 5,000,000 ກີບ ເປັນໄລຍະເວລາ 01 ປີເຕັມ.

ຈຸດປະສົງໃນການຊ່ວຍເຫລືອລ້າໃນຄັ້ງນີ້ແມ່ນເພາະພວກເຮົາມີຄວາມຫວ່ງໃຍຕໍ່ຊຸມຊົນທີ່ເຮົາດຳເນີນທຸລະກິດຢູ່ແລະເພື່ອເປັນການເຊີນຊວນໃຫ້ບຸກຄົນທີ່ມີເງື່ອນໄຂມາຮ່ວມບໍລິຈາກເລືອດເນື່ອງຈາກຍັງຂາດເລືອດຈຳນວນຫຼາຍແລະຜູ້ທີ່ສະໝັກໃຈບໍລິຈາກຍັງໄດ້ຮັບຄວາມຄຸ້ມຄອງປະກັນໄພອຸປະຕິເຫດສ່ວນບຸກຄົນຈາກ ພົງສະຫວັນ ປະກັນໄພ ຟຣີອີກດ້ວຍ.

ບົດບັນທຶກການຮ່ວມມືໄດ້ຮັບການລົງນາມ​ໂດຍ ​ທ່ານ ດີນ ໂຣບິນສັນ, ຜູ້​ອຳ​ນວຍ​ການ​ໃຫຍ່,​ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ແລະ ດຣ ຈັນທະລາ ສຸກສາຄອນ, ຫົວຫນ້າ ສູນເລືອດແຫ່ງຊາດ-ອົງການກາແດງລາວ.

ນອກຈາກນີ້ຍັງມີຄະນະນຳຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ ຊຶ່ງນຳພາໂດຍ ທ່ານ ຮສ.ດຮ ພູທອນ ເມືອງປາກ, ປະທານອົງການກາແດງລາວ ແລະ ທ່ານ ນາງ ແສງດາວ ບຸພະກອນຄຳ,ປະທານສະພາບໍລິຫານ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ພ້ອມດ້ວຍຄະນະ.

​ຕາງໜ້າ ພົງສະຫວັນ ປະກັນໄພ, ທ່ານນາງ ວຽງໄຊ ປຣະພາສິຣິ, ຜູ້ບໍລິຫານລະດັບສູງ ຝ່າຍບຸກຄະລາກອນ ແລະ ບໍລິຫານ ໄດ້​ກ່າວ​ວ່າ: “ການ​ໃຫ້ເລືອດເປັນສິ່ງທີ່ສຳຄັນໃນການຊ່ວຍເຫຼືອຊີວິດເພື່ອນມະນຸດດ້ວຍກັນ. ພວກ​ເຮົາ​ຮູ້​ສຶກ​ພູມ​ໃຈ​ທີ່​ໄດ້​ໃຫ້​ການ​ຊ່ວຍເຫຼືອເພື່ອເພີ່ມທະວີການປຸກລະດົມໃຫ້ຄົນມາບໍລິຈາກເລືອດດ້ວຍການມອບປະກັນໄພອຸປະຕິເຫດສ່ວນບຸກຄົນໃຫ້​ກັບຜູ້ທີ່ສະໝັກໃຈມາບໍລິຈາກເລືອດ. ຊຶ່ງເປົ້າ​ໝາຍ​ຂອງ​ ພົງສະຫວັນ ປະກັນໄພ​ແມ່ນ​ຊ່ວຍເຫຼືອຊຸມຊົນທີ່ເຮົາດຳເນີນທຸລະກິດຢູ່ ແລະ ພວກ​ເຮົາ​ມີ​ຄວ​າມ​ຍິນ​ດີ​ທີ່ມີ​ສ່ວນ​ຮ່ວມ​ໃນ​ເຊີນຊວນແລະຕອບແທນຄືນໃຫ້ຜູ້ທີ່ມາບໍລິຈາກເລືອດດັ່ງກ່າວ.”

ດຣ ຈັນທະລາ ສຸກສາຄອນ, ຫົວຫນ້າ ສູນເລືອດແຫ່ງຊາດ-ອົງການກາແດງລາວໄດ້​ກ່າວ​ວ່າ: “ພວກເຮົາຂໍສະແດງຄວາມຂອບໃຈຕໍ່ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫລືອລ້າ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນແລະມີຄວາມມຸ່ງໝັ້ນທີ່ຈະຊ່ວຍເພື່ອເພີ່ມທະວີການປຸກລະດົມຜູ້ທີ່ມີເງື່ອນໄຂທຸກພາກສວ່ນໃຫ້ມີສ່ວນຮ່ວມໃນການບໍລິຈາກເລືອດໃຫ້ຫຼາຍຂື້ນ,ທັງເປັນການຊຸກຍູ້ໃຫ້ສູນເລືອດແຫ່ງຊາດ-ອົງການກາແດງລາວ ສາມາດບັນລຸຕາມເປົ້າຫມາຍທີ່ວາງໄວ້ໃນແຜນຍຸດທະສາດໃນການປຸກລະດົມບໍລິຈາກເລືອດແລະສະຫນອງເລືອດທີ່ປອດໄພ ໃນທົ່ວປະເທດ ແລະ ທັງເປັນຕົວແບບໃຫ້ແກ່ ພາກສວ່ນທຸລະກິດອື່ນໆ ໃນການປະກອບສວ່ນຊ່ວຍເຫລືອສັງຄົມ”.

ຫຼັງຈາກສຳເລັດການເຊັນບົດບັນທຶກການຮ່ວມມືແລ້ວ, ທີມງານຂອງ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ກໍໄດ້ມີການປະກອບສ່ວນໃນການບໍລິຈາກເລືອດອີກດ້ວຍ.

ສຳລັບລາຍລະອຽດເພີ່ມເຕີມ, ກະລຸນາຕິດຕໍ່ພວກເຮົາຜ່ານ:

Facebook page: Phongsavanh Insurance

ອີເມວ: info@apa.com.la

ໂທ: 1677