ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ ພົງສະຫວັນ ປະກັນໄພ (ເອພີເອ) ໄດ້ຮັບລາງວັນພິເສດ “ລາງວັນທຸລະກິດລິເລີ່ມດີເດັ່ນ” ຈາກການເຂົ້າຊີງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2021 (ASEAN Business Awards Laos 2021).
ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນເຖິງພາລະກິດຂອງບໍລິສັດພວກເຮົາກໍ່ຄືການເປັນບໍລິສັດປະກັນໄພນະວັດຕະກຳທີ່ເປັນທີ່ນິຍົມ ແລະ ເຊື່ອຖືໄດ້ໃນລາວ. ພວກເຮົາປະຕິບັດຕາມແນວຄວາມຄິດ ໜຶ່ງທີມ-ຄວາມຝັນອັນດຽວກັນ (One Team One Dream) ເພື່ອເຮັດວຽກໃນໂຄງການຕ່າງໆ ແລະເປັນບໍລິສັດປະກັນໄພແຫ່ງທຳອິດໃນລາວ ທີ່ນຳສະເໜີຜະລິດຕະພັນປະກັນໄພທີ່ທັນສະໄໝ ແລະ ຄວາມຄຸ້ມຄອງຮູບແບບໃໝ່ເຊັ່ນ: ຈ່າຍຕາມໂຕຈິງທີ່ທ່ານເດີນທາງກັບ LOCA, ເງິນອຸດໜູນລາຍວັນເມື່ອລົດມີການສ້ອມແປງກັບປະກັນໄພລົດໃຫຍ່, ປະກັນໄພລົດໄຟຟ້າທີ່ຖືກອອກແບບມາສະເພາະ, ປະກັນໄພມະເຮັງ, ປະກັນໄພພະຍາດຮ້າຍແຮງ, ແລະອື່ນໆ.
ພວກເຮົາມີຄວາມຕັ້ງໃຈທີ່ຈະສືບຕໍ່ພັດທະນາການລິເລີ່ມໃໝ່ໆ ແລະໃຫ້ບໍລິການທີ່ດີທີ່ສຸດແກ່ລູກຄ້າຂອງພວກເຮົາ.