ໃນວັນ​ທີ 15 ທັນວາ 2021, ທີ່ ບ່ອນປະຈຳການໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ (ພົງສະຫວັນ ປະກັນໄພ) ໄດ້ໃຫ້ການຊ່ວຍເຫລືອລ້າໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)ໂດຍການໃຫ້ການຄຸ້ມຄອງປະກັນໄພລົດສຸກເສີນ ຈຳນວນ 11 ຄັນ ຊຶ່ງມີວົງເງີນຄຸ້ມຄອງຕໍ່ຄັນສູງສຸດຫຼາຍກວ່າ 100,000,000 ກີບ ແລະ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນແກ່ອາສາສະຫມັກ ຫຼາຍກວ່າ 300 ຄົນ ທີ່ມີວົງເງິນຄຸ້ມຄອງສູງສຸດຕໍ່ຄົນເຖິງ 12,000,000 ກີບ ເປັນໄລຍະເວລາ 01 ປີເຕັມ,ຊຶ່ງ​ການຄຸ້ມ​ຄອງ​ສູງ​ສຸດ​ທັງ​ລົດ​ສຸກເສີນ ​ແລະ ອາສາ​ສະໝັກມີມູນຄ່າລວມສູງກວ່າ 4.900.000.000 ກີບ.

ຈຸດປະສົງໃນການຊ່ວຍເຫລືອລ້າໃນຄັ້ງນີ້ແມ່ນເພາະພວກເຮົາເຫັນເຖິງຄວາມສຳຄັນຂອງສິ່ງທີ່ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວປະຕິບັດຕໍ່ສັງຄົມແລະ ທາງ ພົງສະຫວັນ ປະກັນໄພກໍ່ຢາກມີສ່ວນຮ່ວມໃນການສະໜັບສະໜູນວຽກງານດັ່ງກ່າວໂດຍການມອບປະກັນໄພລົດສຸກເສີນແລະ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນແກ່ອາສາສະຫມັກໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)ທີ່ໃຫ້ການຄຸ້ມຄອງໂດຍ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ.

ການຊ່ວຍເຫລືອລ້າໃນຄັ້ງນີ້ໄດ້ຖືກມອບ-ຮັບ​ໂດຍ ​ທ່ານ ສຸທີ ວິດທະຍາໂກວິດ, ຜູ້ບໍລິຫານລະດັບສູງ ຝ່າຍດໍາເນີນງານ ແລະ ການເງິນ,​ພ້ອມດ້ວຍຄະນະຜູ້ບໍລິຫານຂອງ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ແລະ ທ່ານນາງ ສີສະຫຼຽວ ທຳມະເທວາ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານແລະອາສາສະໝັກໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623).

ຕາງໜ້າ ພົງສະຫວັນ ປະກັນໄພ (ເອພີເອ),ທ່ານ ສຸທີ ວິດທະຍາໂກວິດ, ຜູ້ບໍລິຫານລະດັບສູງ ຝ່າຍດໍາເນີນງານ ແລະ ການເງິນ ໄດ້ກ່າວວ່າ: “ພວກເຮົາຮູ້ສຶກພູມໃຈທີ່ໄດ້ໃຫ້ການຊ່ວຍເຫຼືອໃນການໃຫ້ຄວາມຄຸ້ມຄອງແກ່ທີມງານອາສາສະໝັກທີ່ເຮັດວຽກໜັກ ແລະ ພາຫະນະລົດສຸກເສີນເພື່ອເປັນການຂອບໃຈຈາກພວກເຮົາມາຍັງທີມງານໜ່ວຍກູ້ໄພທຸກທ່ານ ສໍາລັບວິໄສທັດ ແລະ ວຽກງານອັນດີເລີດ ທີ່ຊ່ວຍຊີວິດຄົນໃນລາວ”.

ທ່ານນາງ ສີສະຫຼຽວ ທຳມະເທວາ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ກ່າວວ່າ: “ພວກເຮົາຂໍສະແດງຄວາມຂອບໃຈຕໍ່ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ທີ່ເຫັນຄວາມສຳຄັນ ແລະ ມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມ, ທີ່ໄດ້ໃຫ້ການຊ່ວຍເຫລືອລ້າດ້ານການ ປະກັນໄພລົດສຸກເສີນ ແລະ ປະກັນໄພອຸປະຕິເຫດ ສ່ວນບຸກຄົນແກ່ອາສາສະຫມັກໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ”.

ກ່ຽວກັບ ພົງສະຫວັນ ປະກັນໄພ (ເອພີເອ)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ເປັນບໍລິສັດປະກັນໄພຢູ່ໃນລາວ. ຊຶ່ງເປັນສ່ວນໜຶ່ງຂອງກຸ່ມບໍລິສັດ ພົງສະຫວັນ. ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ບໍລິການທັງປະກັນໄພ ຊີວິດ ແລະ ປະກັນໄພທົ່ວໄປ ເຊິ່ງມີຫຼາຍຜະລິດຕະພັນເພື່ອປົກປ້ອງຊີວິດແລະ ຊັບສິນຂອງບຸກຄົນ, ຄອບຄົວ ແລະ ທຸລະກິດ. ວິໄສທັດຂອງພວກເຮົາແມ່ນເພື່ອສ້າງຊື່ສຽງດ້ວຍການເປັນບໍລິສັດປະກັນໄພ ແບບມືອາຊີບຖືເອົາລູກຄ້າເປັນຈຸດໃຈກາງຫຼັກຂອງການດໍາເນີນງານແລະໃຫ້ການບໍລິການຊັ້ນໜຶ່ງໃນທຸກໆການບໍລິການຂອງພວກເຮົາຕໍ່ກັບລູກຄ້າ.

ທ່ານສາມາດເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບ ພົງສະຫວັນ ປະກັນໄພ (ເອພີເອ) ກະລຸນາຕິດຕໍ່ພວກເຮົາຜ່ານ:

Facebook page: Phongsavanh Insurance

ອີເມວ: info@apa.com.la

ໂທ: 1677

ກ່ຽວກັບ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)

ໜ່ວຍກູ້ໄພນະຄອນຫຼວງວຽງຈັນ ເປັນໜ່ວຍບໍລິການສຸກເສີນແຫ່ງທຳອິດໃນລາວ. ການບໍລິການຂອງພວກເຮົາແມ່ນບໍ່ເສຍຄ່າທັງຫມົດ, ພວກເຮົາອີງໃສ່ພຽງແຕ່ການບໍລິຈາກເທົ່ານັ້ນ.

ທ່ານສາມາດເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623) ທີ່ https://vientianerescue.org/