ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ໄດ້ຮັບລາງວັນທຸລະກິດດີເດັ່ນ ປະຈຳປີ 2021 ໃນການມອບປະສົບການທີ່ດີແກ່ລູກຄ້າເຊິ່ງຈັດຂຶ້ນໂດຍສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳລາວ (ECCIL) ແລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (ພຣູເດັນໂຊລ໌ ລາວ).

    ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈໍາລາວ ແລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ, ໄດ້ການປະກາດລາງວັນທຸລະກິດດີເດັ່ນປະຈໍາປີ 2021 ຊິ່ງລວມມີ ປະເພດປະສົບການທີ່ດີແກ່ພະນັກງານ ແລະ ປະສົບການທີ່ດີແກ່ລູກຄ້າ ເຊິ່ງບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ໄດ້ຮັບລາງວັນຊະນະເລີດໃນປະເພດການມອບປະສົບການທີ່ດີທີ່ສຸດແກ່ລູກຄ້າ, ຊຶ່ງສະແດງໃຫ້ເຫັນເຖິງຄວາມຄິດດ້ານປະສົບການທີ່ບໍ່ຄືໃຜ, ໂດດເດັ່ນ, ແລະ ສ້າງສັນ, ສ້າງຄວາມໄວ້ວາງໃຈໃຫ້ແກ່ລູກຄ້າດ້ວຍການອອກແບບຜະລິດຕະພັນປະກັນໄພເພື່ອຕອບສະໜອງຕາມຄວາມຕ້ອງການຂອງພວກເຂົາໃຫ້ດີທີ່ສຸດ. ພວກເຮົາເປັນ ບໍລິສັດປະກັນໄພແຫ່ງທຳອິດໃນປະເທດລາວທີ່ເປີດໂຕປະກັນໄພລົດ ທີ່ຄິດໄລ່ຄ່າທໍານຽມປະກັນໄພຕາມການໃຊ້ງານຕົວຈິງ, ແລະ ອອກແບບຜະລິດຕະພັນນີ້ສະເພາະໃຫ້ກັບລູກຄ້າກໍຄື ໂລກ້າ, ເຊິ່ງໄດ້ເປີດການບໍລິການທີ່ເປັນນະວັດຕະກຳໃຫມ່ຢູ່ໃນ ສປປ ລາວ ຊຶ່ງແນ່ນອນວ່າຕ້ອງການປະກັນໄພທີ່ເປັນນະວັດຕະກໍາໃຫມ່ເຊັ່ນດຽວກັນ. ສໍາລັບຄວາມຕ້ອງການສະເພາະຂອງເຂົາເຈົ້າ, ລວມທັງອົງປະກອບຄວາມສ່ຽງທີ່ແຕກຕ່າງກັນໃນຫຼາຍດ້ານສໍາລັບທຸລະກິດການບໍລິການໂດຍສານທາງອອນໄລນ໌ແບບໃຫມ່,ດັ່ງນັ້ນ ພົງສະຫວັນ ປະກັນໄພ (ເອພີເອ) ໄດ້ອອກແບບຜະລິດຕະພັນປະກັນໄພຕາມຄວາມຕ້ອງການຊຶ່ງເປັນແນວຄວາມຄິດປະກັນໄພຮູບແບບໃຫມ່ໃນ ສປປລາວ.

     ຕາງໜ້າ ພົງສະຫວັນ ປະກັນໄພ (ເອພີເອ),ທ່ານ ສຸທີ ວິດທະຍາໂກວິດ, ຜູ້ບໍລິຫານລະດັບສູງ ຝ່າຍດໍາເນີນງານ ແລະ ການເງິນ ໄດ້ກ່າວວ່າ: “ພວກເຮົາຕ້ອງຂໍຂອບໃຈຜູ້ຈັດງານທັງສອງພາກສ່ວນ ບໍ່ວ່າຈະເປັນ ສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳລາວ ແລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ ທີ່ໄດ້ຈັດງານທີ່ດີແບບນີ້ຂຶ້ນ,ຊຶ່ງພວກເຮົາມີຄວາມຍິນດີ ແລະ ພູມໃຈເປັນຢ່າງຍິ່ງ  ທີ່ ພົງສະຫວັນ ປະກັນໄພ (ເອພີເອ) ໄດ້ຮັບການຍອມຮັບໃນຄັ້ງນີ້. ຊຶ່ງເປັນການພິສູດໃຫ້ເຫັນເຖິງພາລະກິດຂອງບໍລິສັດເຮົາຄືການເປັນບໍລິສັດປະກັນໄພທີ່ມີນະວັດຕະກໍາ, ເປັນບໍລິສັດປະກັນໄພທີ່ຖືກເລືອກ ແລະ ເຊື່ອຖືໄດ້ໃນປະເທດລາວ ແລະ ລາງວັນນີ້ເປັນແຮງຈູງໃຈແລະກະຕຸ້ນພວກເຮົາໃຫ້ສືບຕໍ່ເອົາໃຈໃສ່ຫຼາຍຂຶ້ນ ແລະ ພະຍາຍາມຂຶ້ນກວ່າເກົ່າເພື່ອຮັກສາປະສົບການທີ່ດີທີ່ສຸດແກ່ລູກຄ້າ ຂອງພວກເຮົາ. ທີ່ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ), ພວກເຮົາບໍ່ເຄີຍຢຸດຄິດວ່າພວກເຮົາຈະສາມາດໃຫ້ບໍລິການກັບລູກຄ້າແຕ່ລະຄົນໃນຮູບແບບທີ່ເຂົາເຈົ້າຕ້ອງການ ແລະ ເຂົ້າໃຈເຖິງຄວາມຕ້ອງການຂອງເຂົາເຈົ້າໃຫ້ດີຂຶ້ນແນວໃດເພື່ອການຕອບສະໜອງທີ່ດີທີ່ສຸດ. ຊຶ່ງພວກເຮົາເຊື່ອວ່າລູກຄ້າ ຫຼືວ່າ ທຸລະກິດແຕ່ລະຄົນມີອົງປະກອບຄວາມສ່ຽງທີ່ແຕກຕ່າງກັນ, ດັ່ງນັ້ນ ພວກເຂົາຈໍາເປັນຕ້ອງມີທາງເລືອກການປະກັນໄພທີ່ແຕກຕ່າງກັນ. ດ້ວຍເຫດຜົນນີ້ ພວກເຮົາຄິດວ່າມັນເປັນສິ່ງສໍາຄັນທີ່ສຸດທີ່ຈະມອບສິ່ງທີ່ມີຄຸນຄ່າຕໍ່ລູກຄ້າຢ່າງແທ້ຈິງ ແທນທີ່ຈະໃຫ້ຜະລິດຕະພັນດຽວກັນກັບທຸກຄົນ.”

ກ່ຽວກັບ ພົງສະຫວັນ ປະກັນໄພ (ເອພີເອ)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ເປັນບໍລິສັດປະກັນໄພຢູ່ໃນລາວ. ຊຶ່ງເປັນສ່ວນໜຶ່ງຂອງກຸ່ມບໍລິສັດ ພົງສະຫວັນ. ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ບໍລິການທັງປະກັນໄພ ຊີວິດ ແລະ ປະກັນໄພທົ່ວໄປ ເຊິ່ງມີຫຼາຍຜະລິດຕະພັນເພື່ອປົກປ້ອງຊີວິດແລະ ຊັບສິນຂອງບຸກຄົນ, ຄອບຄົວ ແລະ ທຸລະກິດ. ວິໄສທັດຂອງພວກເຮົາແມ່ນເພື່ອສ້າງຊື່ສຽງດ້ວຍການເປັນບໍລິສັດປະກັນໄພ ແບບມືອາຊີບຖືເອົາລູກຄ້າເປັນຈຸດໃຈກາງຫຼັກຂອງການດໍາເນີນງານແລະໃຫ້ການບໍລິການຊັ້ນໜຶ່ງໃນທຸກໆການບໍລິການຂອງພວກເຮົາຕໍ່ກັບລູກຄ້າ.

ທ່ານສາມາດເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບ ພົງສະຫວັນ ປະກັນໄພ (ເອພີເອ) ກະລຸນາຕິດຕໍ່ພວກເຮົາຜ່ານ:

Facebook page: Phongsavanh Insurance APA
ອີເມວ: info@apa.com.la