ໃນວັນທີ 6 ມິຖຸນາ ທີ່ຜ່ານມາ ທີມງານ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໄດ້ຮ່ວມບໍລິຈາກເລືອດ ທີ່ສູນເລືອດແຫ່ງຊາດ – ອົງການກາແດງລາວ ເເລະ ໄດ້ມອບ “ປະກັນໄພ ອຸປະຕິເຫດສ່ວນບຸກຄົນ” ຟຣີ ແລະ ຂອງທີ່ລະນຶກໃຫ້ແກ່ຜູ້ທີ່ລົງທະບຽນຮ່ວມບໍລິຈາກໃນມື້ງານ ແລະ ພວກເຮົາຂໍສະແດງຄວາມຊົມເຊີຍ ຕໍ່ທຸກທ່ານທີ່ໄດ້ປະກອບສ່ວນບໍລິຈາກເລືອດເພື່ອຊ່ວຍສັງຄົມຮ່ວມກັບພວກເຮົາໃນຄັ້ງນີ້.

ຊຶ່ງ “ປະກັນໄພ ອຸປະຕິເຫດສ່ວນບຸກຄົນ” ເເມ່ນໃຫ້ການຄຸ້ມຄອງ 24/7 ຕໍ່ບຸກຄົນ ແລະ ທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸປະຕິເຫດໃນການດຳລົງຊີວິດປະຈຳວັນ ທີ່ມີວົງເງິນຄຸ້ມຄອງສູງສຸດເຖິງ 5,000,000 ກີບ ເປັນໄລຍະເວລາ 01 ປີ ຊຶ່ງພວກເຮົາໄດ້ເລີ່ມຕັ້ງແຕ່ ວັນທີ 01 ພະຈິກ 2021 ເປັນຕົ້ນມາ.

ທ່ານຍັງສາມາດຮ່ວມບໍລິຈາກເລືອດ ທີ່ສູນເລືອດແຫ່ງຊາດ – ອົງການກາແດງລາວ ແລະ ຮັບ “ປະກັນໄພ ອຸປະຕິເຫດສ່ວນບຸກຄົນ” ຈາກພວກເຮົາໄດ້ ຈົນກວ່າຈະຄົບຕາມຈໍານວນ 1,000 ຄົນ.

ມາບໍລິຈາກເລືອດນຳກັນເດີ ເພາະການ “ບໍລິຈາກເລືອດ = ໃຫ້ຊີວິດ”