ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ (“ພົງສະຫວັນ ປະກັນໄພ”) ໄດ້ປະກາດ ເປີດຕົວຜະລິດຕະພັນປະກັນໄພອຸປະກອນເອເລັກໂຕຣນິກ (EEI) ໃໝ່ ເຊິ່ງເປັນບໍລິສັດປະກັນໄພແຫ່ງທຳອິດໃນລາວທີ່ມີຜະລິດຕະພັນນີ້. ພວກເຮົາໄດ້ຮ່ວມມືກັບ ບໍລິສັດ ແອວທົງຮວດ ເທເລຄອມ ຈຳກັດ (LTH) ໃນການອອກແບບຜະລິດຕະພັນປະກັນໄພອຸປະກອນເອເລັກໂຕຣນິກ (EEI) ເພື່ອໃຫ້ບໍລິການ ແກ່ລູກຄ້າ ຂອງ LTH ທີ່ຊື້ໂທລະສັບ iPhone ແລະ iPad ຢູ່ ສູນຈຳໜ່າຍ LTH ທຸກສາຂາ.

ການເປີດຕົວຜະລິດຕະພັນໃຫມ່ໄດ້ນໍາສະເຫນີແຜນການຄຸ້ມຄອງຄວາມເສຍຫາຍທາງດ້ານກາຍຍະພາບຂອງຊັບສິນທີ່ໄດ້ຮັບການປະກັນໄພ (ສຳລັບ iPhone, iPad) ທີ່ເກີດຈາກອຸປະຕິເຫດຕ່າງໆ ທີ່ບໍ່ໄດ້ລະບຸໄວ້ໃນຂໍ້ຍົກເວັ້ນ. ລູກຄ້າສາມາດຊື້ຜະລິດຕະພັນປະກັນໄພນີ້ໃນເວລາທີ່ຊື້ອຸປະກອນໃໝ່ຂອງ APPLE ຢູ່ທີ່ສູນບໍລິການ LTH. ຜະລິດຕະພັນປະກັນໄພອຸປະກອນເອເລັກໂຕຣນິກ (EEI) ແມ່ນໃຫ້ການຄຸ້ມຄອງ ຜະລິດຕະພັນຈາກ Apple ໂດຍສະເພາະເຊິ່ງລວມມີ iPhone 13-14, iPhone 13-14 Pro, iPhone 13-14 Pro max ແລະ iPad, iPad Air, iPad Mini ແລະ iPad Pro.

ທ່ານ ດີນ ໂຣເບີດຣ໌ສັນ, ຜູ້ອຳນວຍການໃຫ່ຍຂອງ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ກ່າວວ່າ, “ພວກເຮົາມີຄວາມພາກພູມໃຈ ແລະ ຍິນດີເປັນຢ່າງຍິ່ງໃນການອອກແບບຜະລິດຕະພັນປະກັນໄພສະເພາະ ສຳລັບໜຶ່ງໃນຄູ່ຮ່ວມທຸລະກິດຂອງພວກເຮົາ. ໃນປະເທດລາວ ອັດຕາການນຳໃຊ້ໂທລະສັບ Smart Phone ແລະ ເທັກໂນໂລຢີທີ່ກ້າວໜ້າ ມີຄວາມຈຳເປັນຍິ່ງທີ່ຈະຕ້ອງມີການປະກັນໄພຄຸນນະພາບສູງສຳລັບ ຜະລິດຕະພັນປະກັນໄພອຸປະກອນເອເລັກໂຕຣນິກ (EEI), ພວກເຮົາຮູ້ສຶກດີເປັນຢ່າງຍິ່ງທີ່ໄດ້ຮ່ວມງານກັບ ບໍລິສັດ ແອວທົງຮວດ ເທເລຄອມ ຈຳກັດ (LTH) ໃນການໃຫ້ການປະກັນໄພອຸປະກອນເອເລັກໂຕຣນິກ ແຫ່ງທຳອິດໃນປະເທດລາວ ແລະ ພວກເຮົາຫວັງວ່າຈະມີການຮ່ວມມືຫຼາຍຂຶ້ນໃນອະນາຄົດອັນໃກ້ນີ້”

ທ່ານ ປະຣິຍາວັດ ປະຣິນສິດທິຣັດ, ປະທານຝ່າຍປະຕິບັດການຂອງ ບໍລິສັດ ແອວທົງຮວດ ເທເລຄອມ ຈຳກັດ (LTH) ໄດ້ກ່າວວ່າ, “ດ້ວຍຄວາມຍິນດີທີ່ສຸດທີ່ LTH ເຮົາໄດ້ມີໂອກາດຮ່ວມມືກັບ APA, ໂດຍຈະໄດ້ມີການສະເຫນີຜະລິດຕະພັນປະກັນໄພອຸປະກອນເອເລັກໂຕຣນິກ(EEI) ເຊີ່ງຈະເຮັດໃຫ້ຜູ້ທີ່ຊົມໃຊ້ເຕັກໂນໂລຊີເພີດເພີນກັບການໃຊ້ອຸປະກອນຕ່າງໆໄດ້ເຕັມທີ່ໂດຍບໍ່ມີຄວາມກັງວົນ.”.

ກ່ຽວກັບ ພົງສະຫວັນ ປະກັນໄພ (ເອພີເອ)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ເປັນບໍລິສັດປະກັນໄພຢູ່ໃນລາວ. ຊຶ່ງເປັນສ່ວນໜຶ່ງຂອງກຸ່ມບໍລິສັດ ພົງສະຫວັນ. ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ບໍລິການທັງປະກັນໄພ ຊີວິດ ແລະ ປະກັນໄພທົ່ວໄປ ເຊິ່ງມີຫຼາຍຜະລິດຕະພັນເພື່ອປົກປ້ອງຊີວິດແລະ ຊັບສິນຂອງບຸກຄົນ, ຄອບຄົວ ແລະ ທຸລະກິດ. ວິໄສທັດຂອງພວກເຮົາແມ່ນເພື່ອສ້າງຊື່ສຽງດ້ວຍການເປັນບໍລິສັດປະກັນໄພ ແບບມືອາຊີບຖືເອົາລູກຄ້າເປັນຈຸດໃຈກາງຫຼັກຂອງການດໍາເນີນງານແລະໃຫ້ການບໍລິການຊັ້ນໜຶ່ງໃນທຸກໆການບໍລິການຂອງພວກເຮົາຕໍ່ກັບລູກຄ້າ.

ທ່ານສາມາດເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບ ພົງສະຫວັນ ປະກັນໄພ (ເອພີເອ) ກະລຸນາຕິດຕໍ່ພວກເຮົາຜ່ານ:

ເວັບໄຊທ໌ : www.apa.com.la

Facebook page: Phongsavanh Insurance APA

 

ກ່ຽວກັບບໍລິສັດ LTH Laos:

ບໍລິສັດ L Thong Huot Telecom Ltd (LTH), ສ້າງຕັ້ງຂຶ້ນໃນປີ 2005, ເປັນຕົວແທນຈໍາໜ່າຍໂທລະສັບມືຖື ແລະ ເຄື່ອງໃຊ້ໃນເຮືອນ ໃນ ສປປ ລາວ ເລີ່ມຕົ້ນໃນອຸດສາຫະກໍາການຕະຫຼາດລ້ຳໜ້າ, LTH ໄດ້ຖືກສ້າງຕັ້ງຂຶ້ນດ້ວຍວິໄສທັດທີ່ເປັນເອກະລັກເພື່ອສ້າງມູນຄ່າທີ່ຍືນຍົງແລະສ້າງຄວາມແຕກຕ່າງທີ່ແທ້ຈິງໃນຊີວິດຂອງຄົນລາວ. ໃນຊ່ວງຫລາຍປີທີ່ຜ່ານມາ, LTH ປະສົບຜົນສຳເລັດໃນການໄດ້ຮັບຄວາມຮູ້ອັນລ້ຳຄ່າໃນຕະຫຼາດລາວ ແລະ ຕໍ່ມາໄດ້ພັດທະນາຍຸດທະສາດດ້ານກົນລະຍຸດທະສາດທີ່ເໝາະສົມກັບຄວາມຄາດຫວັງ ແລະ ຕ້ອງການຂອງທ້ອງຖິ່ນ. LTH ສ້າງຊື່ສຽງໃນຖານະເປັນຕົວແທນຈໍາໜ່າຍໂທລະສັບມືຖື ແລະ ເຄື່ອງໃຊ້ໃນເຮືອນທີ່ໜ້າເຊື່ອຖືດ້ວຍຮູບແບບການບໍລິການທີ່ໄດ້ຄຸນນະພາບ ແລະ ມາດຕະຖານຂອງຜະລິດຕະພັນ ໂດຍນຳແບຣນທີ່ເປັນທີ່ຮູ້ຈັກມາສູ່ຕະຫຼາດ ຈົນກາຍເປັນທີ່ຍອມຮັບໃນປັດຈຸບັນເຊັ່ນ: Nokia, Samsung, Apple, Huawei ແລະ Oppo ສູ່ຕະຫຼາດລາວ.

ເວັບໄຊທ໌: http://lth.com.la/lth/

Facebook page: LTH Laos