ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ຈຳກັດ ໄດ້ເພີ່ມໂຮງໝໍໃນເຄືອຂ່າຍເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າໃຫ້ໄດ້ຮັບການປິ່ນປົວທີ່ເຂົ້າເຖິງງ່າຍ, ລູກຄ້າທີ່ມີບັດປະກັນສຸຂະພາບຈະໄດ້ຮັບການປິ່ນປົວໂດຍບໍ່ຈຳເປັນຕ້ອງສຳຮອງເງິນສົດຈ່າຍ ແລະມີຄວາມວ່ອງໄວງ່າຍຂຶ້ນ.
ທາງບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ຈຳກັດ ໄດ້ມີການເຊັນສັນຍາຮ່ວມມືກັບ “ໂຮງໝໍ ຣາດຈະເວຈ” ເຊິ່ງຕັ້ງຢູ່ຈັງຫວັດ ອຸບົນລາດສະຖານີ, ປະເທດໄທ. ຊຶ່ງປະຈຸບັນນີ້ ພວກເຮົາມີ ໂຮງໝໍ/ຄລີນິກໃນເຄືອຂ່າຍ ທີ່ມີຊື່ສຽງຫຼາຍກວ່າ 65 ແຫ່ງ ໃນທົ່ວປະເທດລາວ ແລະ ໄທ.

ທ່ານສາມາດຫຼຸດຜ່ອນພາລະທາງດ້ານການເງິນເມື່ອມີບັນຫາສຸຂະພາບກັບ ພົງສະຫວັນ ປະກັນໄພ (ເອພີເອ)
ສອບຖາມລາຍລະອຽດກ່ຽວກັບປະກັນສຸຂະພາບເພີ່ມເຕີມ,ຜ່ານສາຍດ່ວນ 1677