ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ອຸປະຖຳ ແລະ ຊ່ວຍເຫຼືອໃນການຕໍ່ອາຍຸປະກັນໄພລົດໃຫຍ່ ເເລະ ທີ່ສຳຄັນທີ່ສຸດຄືພວກເຮົາໄດ້ມອບປະກັນອຸບັດຕິເຫດສ່ວນບຸກຄົນ ສຳລັບອາສາສະໝັກທີ່ຄອຍທຸ່ມເທ ແລະ ເສຍສະຫຼະ ຈຳນວນ 700 ຄົນທົ່ວປະເທດໃຫ້ເເກ່ມູນລະນິທິຊ່ວຍເຫຼືອຄົນທຸກຍາກເເຫ່ງ ສປປ ລາວ – Vientiane rescue (1623) ເຊິ່ງປີນີ້ກໍ່ເປັນປີທີສອງເເລ້ວ
ອົງກອນນີ້ເປັນອົງກອນທີ່ຊ່ວຍຊີວິດ ແລະ ບໍ່ຊ້ຳໃຜ ເຊິ່ງໄດ້ຮັບຄວາມເຄົາລົບນັບຖືໃນນ້ຳໃຈອັນສູງສົ່ງ ທີ່ໄດ້ເຮັດເພື່ອປະເທດຊາດ

ເຮົາມີຄວາມພູມໃຈ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ຊ່ວຍເຫຼືອ ແລະ ສົ່ງມອບເເພັກເກັດນີ້ປະກັນເຫຼົ່ານີ້ໃຫ້ເເກ່ ມູນລະນິທິຊ່ວຍເຫຼືອຄົນທຸກຍາກເເຫ່ງ ສປປ ລາວ – Vientiane rescue