ເນື່ອງໃນໂອກາດ ພິທີເປີດ ໂຮງໝໍ ຫຼັກໄຊ ຢ່າງເປັນທາງການ ເຊິ່ງເປັນໂຮງໝໍໃນເຄື່ອຂາຍຂອງພວກເຮົາ. ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ໄດ້ມອບເງິນຄ່າທໍານຽມປະກັນສຸຂະພາບ ມູນຄ່າຫລາຍກ່ວາ 10,000,000 ກີບ ແລະ ມີວົງເງິນຄຸ້ມຄອງສູງສຸດຫລາຍກ່ວາ 220,000,000 ກີບ ເຂົ້າໃນກິດຈະກໍາຈັບສະຫລາກພາຍໃນງານດັ່ງກ່າວ.