ວັນ​ທີ 14 ກຸມພາ 2023, ທີ່ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໃນກິດຈະກຳ ແບ່ງປັນເລືອດ ແບ່ງປັນຄວາມຮັກ.

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ແລະ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້​ເຊັນບົດບັນທຶກການຮ່ວມມືໃນການຊ່ວຍເຫລືອລ້າ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ, ຊຶ່ງເປັນການມອບຄວາມຄຸ້ມຄອງໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດທີ່ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ເລີ່ມຕັ້ງແຕ່ວັນທີ່ 14 ກຸມພາ 2023, ຊຶ່ງປະກັນໄພອຸປະຕິເຫດສ່ວນບຸກຄົນແມ່ນພ້ອມໃຫ້ຄວາມຄຸ້ມຄອງ 24/7 ຕໍ່ບຸກຄົນ ແລະ ທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸປະຕິເຫດຈາກການດຳລົງຊີວິດປະຈຳວັນ ທີ່ມີວົງເງິນຄຸ້ມຄອງລວມສູງສຸດ 5,000,000,000 ກີບ ສຳລັບ 1,000 ຄົນ ເປັນໄລຍະເວລາ 01 ປີເຕັມ.

 

ຈຸດປະສົງໃນການຊ່ວຍເຫລືອລ້າໃນຄັ້ງນີ້ ເນື່ອງຈາກພວກເຮົາເຫັນວ່າປັດຈຸບັນເລືອດຍັງຂາດແຄນຫຼາຍ ແລະ ມີຄວາມຈຳເປັນສຳລັບຫຼາຍໆຄົນທີ່ຕ້ອງການເລືອດໃນກໍລະນີສຸກເສີນ, ດັ່ງນັ້ນ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ມີຈຸດປະສົງຕ້ອງການສືບຕໍ່ປະກອບສ່ວນໃນການຊ່ວຍເຫຼືອສັງຄົມ ແລະຊ່ວຍເຫຼືອລ້າ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນໃຫ້ແກ່ຜູ້ສະ   ໝັກໃຈບໍລິຈາກເລືອດໃຫ້ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຄືກັບປີທີ່ຜ່ານມາ

 

ແລະ ເພື່ອເປັນການກະຕຸ້ນ ແລະ ປຸກລະດົມໃຫ້ຊາວໜຸ່ມລາວເຂົ້າຮ່ວມບໍລິຈາກເລືອດຫຼາຍຂຶ້ນ, ທາງບໍລິສັດພົງສະຫວັນ ປະກັນໄພ (ເອພີເອ) ຈຶ່ງໄດ້ຂະຫຍາຍກິດຈະກຳນີ້ໄປທົ່ວປະເທດ ແລະ ຈັດກິດຈະກຳພິເສດພາຍໃນງານ ໂດຍການກົດໄລ້ + ແຊຣ໌ ໂພສໃນງານຂອງພວກເຮົາ, ຜູ້ສະໝັກຈະໄດ້ຮັບປະກັນໄພອຸບັດຕິເຫດເພີ່ມອີກ 1 ສັນຍາ, ເຊິ່ງຜູ້ກ່ຽວສາມາດມອບໃຫ້ຄົນທີ່ທ່ານຮັກ ຫຼື ຈະໃຫ້ໂຕເອງກໍ່ໄດ້.

 

ບົດບັນທຶກການຮ່ວມມືໄດ້ຮັບການລົງນາມ​ໂດຍ ​ທ່ານ ດີນ ໂຣບິນສັນ, ຜູ້​ອຳ​ນວຍ​ການ​ໃຫຍ່,​ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ແລະ ດຣ ຈັນທະລາ ສຸກສາຄອນ, ຫົວຫນ້າ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ

ນອກຈາກນີ້ຍັງມີຄະນະນຳຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ ຊຶ່ງນຳພາໂດຍ ດຣ ຈັນທະລາ ສຸກສາຄອນ, ຫົວຫນ້າ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ທ່ານ ມາດາມ ແສງດາວ ບຸພະກອນຄຳ, ປະທານສະພາບໍລິຫານ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ພ້ອມດ້ວຍຄະນະ.

​ຕາງໜ້າ ພົງສະຫວັນ ປະກັນໄພ, ທ່ານ ມາດາມ ແສງດາວໄດ້​ກ່າວ​ວ່າ: “ການ​ໃຫ້ເລືອດເປັນສິ່ງທີ່ສຳຄັນໃນການຊ່ວຍເຫຼືອຊີວິດເພື່ອນມະນຸດດ້ວຍກັນ. ພວກ​ເຮົາ​ຮູ້​ສຶກ​ພູມ​ໃຈ​ທີ່​ໄດ້​ ”

ດຣ ຈັນທະລາ ສຸກສາຄອນ, ຫົວຫນ້າ ສູນເລືອດແຫ່ງຊາດ-ອົງການກາແດງລາວໄດ້​ກ່າວ​ວ່າ: “ພວກເຮົາຂໍສະແດງຄວາມຂອບໃຈຕໍ່ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫລືອລ້າ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ ຈໍານວນ 1,000 ຄົນ ແລະມີຄວາມມຸ່ງໝັ້ນທີ່ຈະຊ່ວຍເພື່ອເພີ່ມທະວີການປຸກລະດົມຜູ້ທີ່ມີເງື່ອນໄຂທຸກພາກສວ່ນໃຫ້ມີສ່ວນຮ່ວມໃນການບໍລິຈາກເລືອດໃຫ້ຫຼາຍຂື້ນ ຂ້າພະເຈົ້າເຊື່ອໝັ້ນວ່າໃນອະນາຄົດ ຈະໄດ້ຮັບການສະໜັບສະໜູນ ຈາກບັນດາການຈັດຕັ້ງ ແລະ ພະນັກງານ ພາຍໃນກຸ່ມບໍລິສັດຂອງທ່ານອີກ ແລະ ໃນປີ 2023, ແຜນການຄາດຫມາຍສູ້ຊົນທີ່ສະພາແຫ່ງຊາດຮັບຮອງ ທົ່ວປະເທດຕ້ອງບັນລຸ 73,000 ຖົງ ເຊີ່ງກໍໄດ້ແບ່ງຕົວເລກໃຫ້ແຕ່ລະແຂວງໄປຈັດຕັ້ງປະຕິບັດ ເຊີ່ງພວກເຮົາມີຄວາມມຸ້ງຫມັ້ນຢ່າງແຮງກ້າທີ່ຈະໃຫເບັນລຸຕາມຄາດຫມາຍດັ່ງກ່າວ”

ຫຼັງຈາກສຳເລັດການເຊັນບົດບັນທຶກການຮ່ວມມືແລ້ວ, ທີມງານຂອງ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ກໍໄດ້ມີການປະກອບສ່ວນໃນການບໍລິຈາກເລືອດອີກດ້ວຍ.

ສຳລັບລາຍລະອຽດເພີ່ມເຕີມ, ກະລຸນາຕິດຕໍ່ພວກເຮົາຜ່ານ:

Facebook page: Phongsavanh Insurance APA

ອີເມວ: info@apa.com.la

ໂທ: 1677