ເນື່ອງໃນໂອກາດ ວັນຜູ້ບໍລິຈາກເລືອດໂລກ ວັນທີ 14 ມິຖຸນາ 2023 ນີ້ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ມີຄວາມຍິນດີທີ່ໄດ້ຮ່ວມມືກັບຊຸມຊົນທ້ອງຖິ່ນ ແລະ ສູນເລືອດແຫ່ງຊາດ-ອົງການກາແດງລາວ ໃນການຈັດກິດຈະກຳຢູ່ ນະຄອນຫລວງວຽງຈັນ ແລະ ຫລວງພະບາງ
ໂດຍມີຜູ້ມາຮ່ວມບໍລິຈາກເລືອດທີ່ມາຈາກຫຼາກຫຼາຍອາຊີບ, ຫຼາຍເພດ ເເລະ ຫຼາຍໄວ, ລວມເຖິງບັນດາອົງກອນ, ກົມກອງ, ສະຖາບັນສຶກສາ, ບໍລິສັດ ຕະຫຼອດຮອດປະຊາຊົນ ພ້ອມພຽງກັນມາຮ່ວມໃຈບໍລິຈາກເລືອດ ແລະ ໃຫ້ງານຄັ້ງນີ້ປະສົບຜົນສຳເລັດຢ່າງຕັ້ງໜ້າ.
ພວກເຮົາຂໍສະແດງຄວາມຊົມເຊີຍ ຕໍ່ທຸກທ່ານທີ່ມີນ້ຳໃຈເສຍສະລະເວລາມາປະກອບສ່ວນບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມໃນຄັ້ງນີ້ ໝາກຜົນດັ່ງກ່າວກໍ່ເພື່ອການຍົກລະດັບການເຂົ້າເຖິງເລືອດທີ່ປອດໄພໃນລະດັບສາກົນ. ພວກເຮົາຂໍສະແດງຄວາມຂອບໃຈມາຍັງບຸກຄະລາກອນ ແລະ ບັນດາໜ່ວຍງານຕ່າງໆທີ່ທຸ້ມເທແຮງກາຍແຮງໃຈ ແລະ ຄອຍໃຫ້ການສະໜັບສະໜູນ.
“ໃຫ້ເລືອດ, ໃຫ້ປະລັດສະມາ, ໃຫ້ຊີວິດ, ສືບຕໍ່ໃຫ້ເລື້ອຍໆ”