ບໍລິສັດ ພົງສະຫວັນ ປະກັນໄພ (ເອພິເອ) ຈໍາກັດ ແລະ ບໍລິສັດ ອິນດັດສ໌ເທັກ ຈຳກັດ ໄດ້ມີການເຮັດຂໍ້ຕົກລົງຮ່ວມມືທາງກົນລະຍຸດ ໂດຍທັງສອງຝ່າຍຈະລວມວິທີການເເກ້ໄຂ ລະຫວ່າງ ປະກັນໄພ ແລະ ການເຝິກອົບຮົມທີ່ກ່ຽວຂ້ອງ, ເພື່ັອປັບປຸງການເຮັດວຽກໃຫ້ມີຄຸນນະພາບ, ປອດໄພ ແລະ ປັບປຸງສະພາບແວດລ້ອມໃນບ່ອນເຮັດວຽກໃຫ້ດີຂື້ນ

ໂດຍການຮ່ວມມືໃນເບື້ອງຕົ້ນ ຈະລວມເອົາປະກັນໄພ ອຸບັດຕິເຫດ ສ່ວນບຸກຄົນ ກັບຄວາມປອດໄພຂອງພະນັກງານ ແລະ ການເຝິກອົບຮົມດ້ານຄວາມປອດໄພ ທີ່ ບໍລິສັດ ອິນດັດສ໌ເທັກ ມອບໃຫ້ກັບບໍລິສັດໃນປະເທດລາວ ແລະ ຕ່າງປະເທດ. ການເຝິກອົບຮົມນີ້ນຳໃຊ້ກັບທຸກພາກ ອຸດສາຫະກຳ ແລະ ໂດຍສະເພາະແມ່ນກັບພາກສ່ວນທີ່ມີຄວາມສ່ຽງສູງ ເຊັ່ນ: ການຂຸດຄົ້ນບໍ່ແຮ່, ການກໍ່ສ້າງ, ການຜະລິດໄຟຟ້າ ເປັນຕົ້ນ. ທັງສອງຝ່າຍຍັງໄດ້ຕົກລົງທີ່ຈະຮ່ວມມືສຳຫຼວດພື້ນທີ່ເພີ່ມຕື່ມໃນການຮ່ວມມື ເຊິ່ງໃຊ້ປະໂຫຍດຈາກຈຸດແຂງຂອງຕົນ ໃນນັ້ນລວມມີການຮ່ວມມືແກ້ໄຂບັນຫາທາງການຕະຫຼາດໃຫ້ກັບແຕ່ລະອົງກອນ.

ທ່ານ ດີນ ໂຣເບີດຣ໌ສັນ,ຜູ້ອຳນວຍການໃຫຍ່, ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໄດ້ກ່າວໃນພິທີວ່າ: APA ເເລະ INDUSTEK ເປັນພັນທະມິດໂດຍທຳມະຊາດ ເນື່ອງຈາກທັງສອງ ສຸມໃສ່ການປະດິດສ້າງ ແລະ ການຊ່ວຍເຫຼືອຊຸມຊົນໃຫ້ຈະເລີນເຕີບໂຕ. ຄວາມຄິດເລີ່ມຕົ້ນຂອງ INDUSTEK ໃນດ້ານຄວາມປອດໄພຂອງຜູ້ອອກແຮງງານ ແລະ ການຝຶກອົບຮົມ ຍັງສືບຕໍ່ນໍາເອົາຄວາມປອດໄພໃນບ່ອນເຮັດວຽກໃນລາວ ໄປສູ່ມາດຕະຖານສາກົນ. ຄວາມມຸ່ງໝັ້ນໃນການສ້າງສັນນະວັດຕະກໍາໄດ້ຖືກຍອມຮັບຜ່ານຫຼາຍລາງວັນໃນອຸດສາຫະກໍາ, ຫຼ້າສຸດແມ່ນລາງວັນ Prestige Awards 2023 ສໍາລັບອາຊີບສຸຂະອະນາໄມ, ຄວາມປອດໄພ ແລະ ສິ່ງແວດລ້ອມ. ໃນທຳນອງດຽວກັນ ພາລະກິດຂອງ APA ຄືການເປັນບໍລິສັດປະກັນໄພທີ່ໜ້າເຊື່ອຖື ແລະ ເປັນນະວັດຕະກໍາຫຼາຍທີ່ສຸດໃນລາວ, ພວກເຮົາເປັນບໍລິສັດທ້ອງຖິ່ນ ແລະການຮ່ວມມືຍຸດທະສາດນີ້ສອດຄ່ອງກັບພາລະກິດຂອງພວກເຮົາເພື່ອສ້າງຄວາມແຕກຕ່າງໃນຊີວິດຂອງປະຊາຊົນແລະຊຸມຊົນທ້ອງຖິ່ນ.”

ທ່ານ ພອນສະຫວັນ ໄຊປັນຍາ, ກຳມະການ ຜູ້ຈັດການ ບໍລິສັດ ອິນດັດສ໌ເທັກ ຈຳກັດ ກ່າວວ່າ “INDUSTEK  ມີຄວາມພູມໃຈທີ່ໄດ້ເປັນຄູ່ຮ່ວມງານ ແລະ ຮ່ວມມືກັບ APA. ພວກເຮົາແຕ່ລະຄົນນໍາເອົາຈຸດແຂງທີ່ແຕກຕ່າງກັນມາສູ່ການຮ່ວມມືນີ້. ບໍລິສັດ ອິນດັດສ໌ເທັກ ເເມ່ນໄດ້ສຸ່ມໃສ່ຄວາມປອດໄພຂອງພະນັກງານ ປະສານກັບ ນະໂຍບາຍປະກັນໄພຂອງ APA, ການຮ່ວມມືຂອງພວກເຮົາຈະຊ່ວຍປັບປຸງຄວາມປອດໄພຂອງພະນັກງານ ສະພາບແວດລ້ອມການເຮັດວຽກ ກໍ່ຄືຄົນງານທ້ອງຖິ່ນ ແລະ ຊຸມຊົນໃນລາວ ທີ່ສາມາດເຮັດໃຫ້ພວກເຂົາບັນລຸມາດຕະຖານສາກົນ. ນອກຈາກນີ້, ພວກເຮົາຍັງຫວັງທີ່ຈະສ້າງຄວາມຮ່ວມມືແຜນຍຸດທະສາດອື່ນໆໃນໄວໆນີ້​ ດ້ວຍ​ການ​ຊອກ​ຫາ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່.”