ປະກັນໄພ ຊັບສິນ Safe Assured Insurance ເປັນປະກັນໄພທີ່ອອກແບບມາເພື່ອມອບຄວາມຄຸ້ມຄອງທີ່ຄອບຄຸມຢ່າງຮອບດ້ານສຳລັບທຸລະກິດ ຫຼື ຕຶກອາຄານຂອງທ່ານ.

ດ້ວຍການຄຸ້ມຄອງໂດຍກົງຕໍ່ຄວາມເສຍຫາຍຕົວຈິງ ຫຼື ການສູນເສຍຂອງຊັບສິນ ທີ່ເກີດຈາກ:

  1. ໄຟໄໝ້, ຟ້າຜ່າ, ຄວັນ, ນ້ຳຖ້ວມ, ລົມພະຍຸ, ແຜ່ນດິນໄຫວ.
  2. ການລະເບີດ, ເຮືອບິນ, ຄວາມເສຍຫາຍຈາກນ້ຳ, ລົດຕຳ, ການເປ່ເພຂອງເຄື່ອງຈັກ.
  3. ການຈາລະຈົນ, ການປະທ້ວງ, ມຸ່ງຮ້າຍ ແລະ ອື່ນໆ.

ການຂະຫຍາຍການຄຸ້ມຄອງພິເສດ

  • ການບາດເຈັບຈາກອຸບັດເຫດ ແລະ ລວມເຖິງການເສຍຫາຍທາງດ້ານຊັບສິນຂອງບຸກຄົນທີ່ສາມ.

ຮັບສ່ວນຫຼຸດສູງສຸດເຖິງ 35% ສຳລັບອາຄານທີ່ມີມາດຕະການ ການຮັກສາຄວາມປອດໄພເຊັ່ນ:

  • ປໍ້ານ້ຳດັບເພີງ, ບັ້ງດັບເພີງ, ອຸປະກອນຈັບຄວາມຮ້ອນ ຫລື ຄວັນ.
  • ລະບົບນ້ຳສີດດັບເພີງອັດຕະໂນມັດ, ລະບົບສັນຍານເຕືອນໄຟໄໝ້.
  • ແຜນພັງທາງອອກສຸກເສີນ ທາງໜີໄຟ ແລະ ຂັ້ນໄດໜີໄຟ.
  • ມີພະນັກງານຮັກສາຄວາມປອດໄພ ແລະ ໄດ້ຝຶກອົບຮົມພະນັກງານ ເພື່ອກຽມການຮັບມື ສະຖານະການໄຟໄໝ້…

ພວກເຮົາສົ່ງເສີມມາດຕະການການຮັກສາຄວາມປອດໄພ ເພື່ອຜົນສຳເລັດຂອງທຸລະກິດທ່ານ

ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ