ສປປ ລາວ ມີການຂະຫຍາຍຕົວ ແລະ ການລົງທຶນຢ່າງຫຼວງຫຼາຍ ໂດຍຄາດວ່າ ປີ 2024 ຈະເປັນປີແຫ່ງການການຂະຫຍາຍຕົວ ດ້ານການທ່ອງທ່ຽວ ແລະ ທຸລະກິດຢ່າງກວ້າງຂວາງ. ເຖິງຢ່າງໃດກໍ່ຕາມ, ອີກໜຶ່ງສິ່ງ ທີ່ທຸກທຸລະກິດຕ້ອງໃຫ້ຄວາມສຳຄັນ ແລະ ມີຄວາມຮັບຜິດຊອບ ທາງດ້ານກົດຫມາຍເພີ່ມ ກໍ່ຄື ການໃຫ້ຄວາມປອດໄພແກ່ລູກຄ້າ, ພະນັກງານ, ແລະ ທຸລະກິດຂອງພວກເຂົາ. ພົງສະຫວັນ ປະກັນໄພ (ເອພີເອ) ຈຶ່ງຂໍແຈ້ງມາຍັງ ບັນດາວິສາຫະກິດ ກ່ຽວກັບ ການປະກັນໄພ ພາກບັງຄັບ ທີ່ ກົດໝາຍ ກຳນົດໄວ້ ແລະ ຮຽກຮ້ອງ ໃຫ້ຮັບຮູ້ເຖິງ ຜົນປະໂຫຍດ ຂອງປະກັນໄພ ເມື່ອເກີດມີ ເຫດຮ້າຍ.

(ມາດຕາ 14): ກົດໝາຍ ສປປ ລາວ ໄດ້ກໍານົດໄວ້ວ່າ ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ, ບໍ່ວ່າຈະຢູ່ ໃນປະເທດ ຫຼື ບໍ່, ຕ້ອງມີປະກັນໄພ ເພື່ອຄຸ້ມຄອງຄວາມເສຍຫາຍ ທາງດ້ານແພ່ງ ຕໍ່ຊີວິດ ແລະ ຊັບສິນຂອງ ບຸກຄົນທີສາມ.

ການປະກັນໄພ ພາກບັງຄັບປະກອບດ້ວຍ ລາຍການຕໍ່ໄປນີ້:

  1. ພາຫະນະທີ່ໃຊ້ເຄື່ອງຈັກ ເຄື່ອນທີ່ທາງບົກ, ທາງນ້ຳ ແລະ ທາງອາກາດ.
  2. ໂຮງແຮມ, ເຮືອນພັກ, ສະຖານທີ່ບັນເທີງ, ຮ້ານອາຫານ, ຕະຫຼາດ.
  3. ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານທາງບົກ, ທາງນ້ຳ ແລະ ທາງອາກາດ.
  4. ສະຖານທີ່ກໍ່ສ້າງ.
  5. ໂຄງການໄຟຟ້ານ້ຳຕົກ.
  6. ສາງສິນຄ້າຕ່າງໆ, ສາງສານເຄມີ, ສາງນໍ້າມັນເຊື້ອໄຟ, ສາງວັດຖຸລະເບີດ.
  7. ໂຮງງານຕ່າງໆ.
  8. ສະຖານທີ່ຜະລິດ ແລະ ເກັບຮັກສາວັດຖຸລະເບີດ.
  9. ແລະ ປະກັນໄພຊີວິດ ພາກບັງຄັບອື່ນໆ.

ຂໍຂອບໃຈ ແລະ ພົງສະຫວັນ ປະກັນໄພ (ເອພີເອ) ຂໍອວຍພອນ ໃຫ້ທ່ານປະສົບຜົນສຳເລັດ ໃນປີ 2024 ນີ້.