ພາບບັນຍາກາດງານສະເຫຼີມສະຫຼອງປີໃຫມ່ລາວ ພສ 2567 ຂອງ ກຸ່ມບໍລິສັດ ແອວເອ ຈຳກັດ ເຊິ່ງປະກອບມີ ກຸ່ມບໍລິສັດ ແອວເອ, ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ), ວິສາຫະກິດຮຸ້ນສ່ວນ ພັດທະນາມະຫາວິທະຍາໄລແຫ່ງຊາດ,ບໍລິສັດ ກົດໝາຍລ້ານຊ້າງ ແລະ ບໍລິສັດ ພູນຜົນນະຄອນ.

ຖືເປັນການສ້າງຄວາມສາມັກຄີພາຍໃນອົງກອນ ແລະ ເຄືອຂ່າຍຂອງເຮົາ, ບັນຍາກາດພາຍໃນງານກໍ່ໄດ້ມີ ການຫົດນໍ້າ ບາສີສູ່ຂວັນຕາມຮີດຄອງ ປະເພນີ ທີ່ສືບທອດກັນມາແຕ່ດົນນານ. ນອກຈາກນີ້, ຍັງມີກິດຈະກຳຫຼາກຫຼາຍຢ່າງ ທີ່ເຕັມໄປດ້ວຍຄວາມຄຶກຄື່ນມ່ວນຊື່ນ.