ຍິນດີຕ້ອນຮັບ ປີທ່ອງທ່ຽວ ຂອງ ສປປ ລາວ 2024

ຍິນດີຕ້ອນຮັບ ປີທ່ອງທ່ຽວ ຂອງ ສປປ ລາວ 2024 ເພື່ອເປັນການສົ່ງເສີມ ໃຫ້ປະເທດລາວມີ ນັກທ່ອງທ່ຽວເພີ່ມຂຶ້ນ ແລະ ສາມາດ ທ່ອງທ່ຽວໄດ້ຢ່າງຫາຍຫ່ວງ.

ດ້ວຍປັດໄຈສຳຄັນ ທີ່ຄວນຄຳນຶງເຖິງກໍ່ຄື: ຄວາມປອດໄພ ຂອງນັກທ່ຽວທ່ອງ ແລະ ພະນັກງານ ບໍ່ວ່າຈະເປັນໂຮງແຮມ, ຮ້ານອາຫານ ຫຼື ທຸລະກິດຕ່າງໆ. ດັ່ງນັ່ນ, ພົງສະຫວັນ ປະກັນໄພ (ເອພີເອ) ຈຶ່ງໄດ້ສ້າງ ປະກັນໄພ ຊັບສິນ ແບບຮ່ວມໃຈ

ດ້ວຍຄວາມຄຸ້ມຄອງທີ່ສູງຂຶ້ນ ແລະ ພິເສດ ສຳລັບຕຶກອາຄານ ທີ່ມີລະບົບປ້ອງກັນ ຄວາມປອດໄພຕ່າງໆ ຈະໄດ້ຮັບທັນທີ ສ່ວນຫຼຸດສູງສຸດ 35%.

ອົງການ CRS Laos ຮ່ວມກັບ ອົງການກາແດງ ແຫ່ງຊາດລາວໃນງານກິດຈະກຳ ບໍລິຈາກເລືອດ

ວັນທີ 29 ມີນາ 2024 ທີ່ຜ່ານມານີ້, ທ່ານ Neil Ramsay ຜູ້ອໍານວຍການ ຝ່າຍປະເມີນລາຍຮັບ ແລະ ທ່ານ ພົງວິໄລ ຈີນດາລັດ ຜູ້ອຳນວຍການຝ່າຍການເງິນຂອງ ພົງສະຫວັນ ປະກັນໄພ (ເອພີເອ) ໄດ້ເຂົ້າຮ່ວມບໍລິຈາກເລືອດ ໃນງານກິດຈະກຳ ບໍລິຈາກເລືອດ ທີ່ຈັດໂດຍ ອົງການ CRS Laos ຮ່ວມກັບ ອົງການກາແດງ ແຫ່ງຊາດລາວ ເພື່ອເປັນການຕໍ່ຍອດ ໃຫ້ແກ່ອີກຫຼາຍຊີວິດ.

ບໍລິຈາກເລືອດ = ໃຫ້ຊີວິດ

(ເພີ່ມເຕີມ…)

ພາບບັນຍາກາດງານສະເຫຼີມສະຫຼອງປີໃຫມ່ລາວ ພສ 2567 ຂອງ ກຸ່ມບໍລິສັດ ແອວເອ ຈຳກັດ

ພາບບັນຍາກາດງານສະເຫຼີມສະຫຼອງປີໃຫມ່ລາວ ພສ 2567 ຂອງ ກຸ່ມບໍລິສັດ ແອວເອ ຈຳກັດ ເຊິ່ງປະກອບມີ ກຸ່ມບໍລິສັດ ແອວເອ, ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ), ວິສາຫະກິດຮຸ້ນສ່ວນ ພັດທະນາມະຫາວິທະຍາໄລແຫ່ງຊາດ,ບໍລິສັດ ກົດໝາຍລ້ານຊ້າງ ແລະ ບໍລິສັດ ພູນຜົນນະຄອນ.

ຖືເປັນການສ້າງຄວາມສາມັກຄີພາຍໃນອົງກອນ ແລະ ເຄືອຂ່າຍຂອງເຮົາ, ບັນຍາກາດພາຍໃນງານກໍ່ໄດ້ມີ ການຫົດນໍ້າ ບາສີສູ່ຂວັນຕາມຮີດຄອງ ປະເພນີ ທີ່ສືບທອດກັນມາແຕ່ດົນນານ. ນອກຈາກນີ້, ຍັງມີກິດຈະກຳຫຼາກຫຼາຍຢ່າງ ທີ່ເຕັມໄປດ້ວຍຄວາມຄຶກຄື່ນມ່ວນຊື່ນ. (ເພີ່ມເຕີມ…)

ຜູ້ອຳນວຍການໃຫຍ່ ບໍລິສັດ ພົງສະຫວັນ ປະກັນໄພ (APA), ກັບຂໍ້ຄວາມສະຫຼຸບປີ 2023, ລວມເຖິງແຜນອະນາຄົດຂອງບໍລິສັດ

ວີດີໂອການສຳພາດສຸດພິເສດ ກັບ ທ່ານ Dean Robertson, ຜູ້ອຳນວຍການໃຫຍ່ ບໍລິສັດ ພົງສະຫວັນ ປະກັນໄພ (APA), ກັບຂໍ້ຄວາມສະຫຼຸບປີ 2023, ລວມເຖິງແຜນອະນາຄົດຂອງບໍລິສັດ, ຄຸນຄ່າຫຼັກໃນການຂັບເຄື່ອນວັດທະນະທຳຂອງອົງກອນ, ແລະ ຖືໂອກາດອວຍພອນປີໃໝ່ໃຫ້ກັບທຸກທ່ານ
ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ

(ເພີ່ມເຕີມ…)

ການປະກັນໄພ ພາກບັງຄັບ ທີ່ ກົດໝາຍ ກຳນົດໄວ້ ແລະ ຮຽກຮ້ອງ ໃຫ້ຮັບຮູ້ເຖິງ ຜົນປະໂຫຍດ ຂອງປະກັນໄພ

ສປປ ລາວ ມີການຂະຫຍາຍຕົວ ແລະ ການລົງທຶນຢ່າງຫຼວງຫຼາຍ ໂດຍຄາດວ່າ ປີ 2024 ຈະເປັນປີແຫ່ງການການຂະຫຍາຍຕົວ ດ້ານການທ່ອງທ່ຽວ ແລະ ທຸລະກິດຢ່າງກວ້າງຂວາງ. ເຖິງຢ່າງໃດກໍ່ຕາມ, ອີກໜຶ່ງສິ່ງ ທີ່ທຸກທຸລະກິດຕ້ອງໃຫ້ຄວາມສຳຄັນ ແລະ ມີຄວາມຮັບຜິດຊອບ ທາງດ້ານກົດຫມາຍເພີ່ມ ກໍ່ຄື ການໃຫ້ຄວາມປອດໄພແກ່ລູກຄ້າ, ພະນັກງານ, ແລະ ທຸລະກິດຂອງພວກເຂົາ. ພົງສະຫວັນ ປະກັນໄພ (ເອພີເອ) ຈຶ່ງຂໍແຈ້ງມາຍັງ ບັນດາວິສາຫະກິດ ກ່ຽວກັບ ການປະກັນໄພ ພາກບັງຄັບ ທີ່ ກົດໝາຍ ກຳນົດໄວ້ ແລະ ຮຽກຮ້ອງ ໃຫ້ຮັບຮູ້ເຖິງ ຜົນປະໂຫຍດ ຂອງປະກັນໄພ ເມື່ອເກີດມີ ເຫດຮ້າຍ. (ເພີ່ມເຕີມ…)

ພາບບັນຍາກາດ ງານສ້າງສັນສະຫຼຸບທ້າຍປີ 2023 ຂອງ ພົງສະຫວັນ ປະກັນໄພ (ເອພີເອ)

ພາບບັນຍາກາດ ງານສ້າງສັນສະຫຼຸບທ້າຍປີ 2023 ຂອງ ພົງສະຫວັນ ປະກັນໄພ (ເອພີເອ), ພາຍໃນງານ ມີການຫຼິ້ນກິດຈະກໍາທີ່ທ້າທາຍ ແລະ ແຈກຂອງລາງວັນຫຼາກຫຼາຍໃຫ້ແກ່ທີມງານຂອງພວກເຮົາ ເພື່ອເປັນການສ້າງສາຍສຳພັນຄວາມສາມັກຄີ One Team One Dream ທີ່ເຕັມໄປດ້ວຍຄວາມຄຶກຄື້ນ ແລະ ມ່ວນຊື່ນ. ພວກເຮົາກຽມພ້ອມທີ່ຈະມອບບໍລິການ ແລະ ສະໜອງຜະລິດຕະພັນປະກັນໄພທີ່ດີໃຫ້ແກ່ລູກຄ້າທຸກທ່ານ ໃນປີ 2024 ນີ້.

ພົງສະຫວັນ ປະກັນໄພ (ເອພີເອ)… ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ

(ເພີ່ມເຕີມ…)

ໃໝ່! ພົບກັບ ປະກັນຊີວິດ ອີຊີໂກລ (EZY Life Gold) ຄັ້ງທຳອິດຂອງການລວມປະກັນໄພ

ໃໝ່! ພົບກັບ ປະກັນຊີວິດ ອີຊີໂກລ (EZY Life Gold) ຄັ້ງທຳອິດຂອງການລວມປະກັນໄພທີ່ໃຫ້ການຄຸ້ມຄອງແບບພິເສດ ຊື້ 1 ໄດ້ເຖິງ 3 ຄົບຈົບໃນບັດດຽວ

  1. ຄຸ້ມຄອງ ປະກັນຊີວິດ
  2. ຄຸ້ມຄອງ ປະກັນສຸຂະພາບ (ປິ່ນປົວກໍລະນີນອນໂຮງຫມໍ)
  3. ຄຸ້ມຄອງ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ

(ເພີ່ມເຕີມ…)

ໃຫມ່!!! ພົບກັບຜະລິດຕະພັນສຸດພຣີມ້ຽມ ຈາກ ພົງສະຫວັນ ປະກັນໄພ (ເອພີເອ)

ປະກັນໄພ ຊັບສິນ Safe Assured Insurance ເປັນປະກັນໄພທີ່ອອກແບບມາເພື່ອມອບຄວາມຄຸ້ມຄອງທີ່ຄອບຄຸມຢ່າງຮອບດ້ານສຳລັບທຸລະກິດ ຫຼື ຕຶກອາຄານຂອງທ່ານ.

ດ້ວຍການຄຸ້ມຄອງໂດຍກົງຕໍ່ຄວາມເສຍຫາຍຕົວຈິງ ຫຼື ການສູນເສຍຂອງຊັບສິນ ທີ່ເກີດຈາກ:

  1. ໄຟໄໝ້, ຟ້າຜ່າ, ຄວັນ, ນ້ຳຖ້ວມ, ລົມພະຍຸ, ແຜ່ນດິນໄຫວ.
  2. ການລະເບີດ, ເຮືອບິນ, ຄວາມເສຍຫາຍຈາກນ້ຳ, ລົດຕຳ, ການເປ່ເພຂອງເຄື່ອງຈັກ.
  3. ການຈາລະຈົນ, ການປະທ້ວງ, ມຸ່ງຮ້າຍ ແລະ ອື່ນໆ.

(ເພີ່ມເຕີມ…)

ເດືອນແຫ່ງຄວາມຮັກ ກຸມພາ ນີ້ ພົບກັບ ໂປຣໂມຊັ່ນສຸດພິເສດ

ເດືອນແຫ່ງຄວາມຮັກ ກຸມພາ ນີ້ ພົບກັບ ໂປຣໂມຊັ່ນສຸດພິເສດ ປະກັນໄພ ການເດີນທາງ ແຈກສ່ວນຫຼຸດສູງເຖິງ 14%

ຈະທ່ຽວລາວ ທ່ຽວໃສ ຫຼື ທ່ຽວທົ່ວໂລກ ກໍ່ອຸ່ນໃຈໄດ້ກັບການຄຸ້ມຄອງຈາກ ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ການຄຸ້ມຄອງທາງດ້ານຊັບສິນ ເເລະ ຄວາມຊ່ວຍເຫຼືອທາງດ້ານການເເພດ ເຊິ່ງມີທັງເເບບບຸກຄົນ,​ ຄອບຄົວ ເເລະ ເປັນກຸ່ມ ໃຫ້ທ່ານສະບາຍໃຈຕັ້ງເເຕ່ກ້າວທຳອິດທີ່ອອກຈາກບ້ານ ເຊິ່ງພວກເຮົາໃຫ້ການຄຸ້ມຄອງດັ່ງນີ້: (ເພີ່ມເຕີມ…)

ພາບບັນຍາກາດ ຂອງງານສຳມະນາ The Leadership and Year plan 2024, ໂຄງການ EZY Life

ພາບບັນຍາກາດ ຂອງງານສຳມະນາ The Leadership and Year plan 2024, ໂຄງການ EZY Life Project ທີ່ໄດ້ຈັດຂຶ້ນເປັນປີທຳອິດໃນວັນທີ 6 ມັງກອນຜ່ານມານີ້. ນອກຈາກ ຈະມີ ຫົວຂໍ້ການສຳມະນາ ທີ່ໜ້າສົນໃຈແລ້ວ ຍັງມີກິດຈະກຳໃຫ້ທຸກຄົນໄດ້ຮ່ວມມ່ວນຊື່ນ ແລະ ເພີດເພີນຕະຫຼອດງານ.