
ປະກັນໄພສຸຂະພາບ
ປະກັນໄພສຸຂະພາບ ຈະຄຸ້ມຄອງຄ່າໃຊ້ຈ່າຍໃນການປິ່ນປົວ ແລະ ການບໍລິການທາງການແພດເມື່ອທ່ານຕ້ອງການ. ພົງສະຫວັນ ປະກັນໄພ ເອພີເອ ພວກເຮົາເຊື່ອວ່າທ່ານບໍ່ຄວນທົນກັບຄ່າໃຊ້ຈ່າຍຕ່າງໆ, ນັ້ນແມ່ນເຫດຜົນທີ່ພວກເຮົາສະຫນອງບັດປະກັນສຸຂະພາບທາງການແພດໃຫ້ກັບທ່ານ ເຊິ່ງຫມາຍຄວາມວ່າທ່ານບໍ່ຈໍາເປັນຕ້ອງຈ່າຍຄ່າຮັກສາ ຫຼື ຄ່າປີ່ນປົວຕ່າງໆທີ່ໂຮງຫມໍ ຫຼື ຄລີນິກ ໃນເຄືອຂ່າຍຂອງພວກເຮົາ.
ປະກັນໄພສຸຂະພາບຂອງເຮົາ ໃຫ້ການຄຸ້ມຄອງທ່ານສໍາລັບຄ່າປິ່ນປົວຕ່າງໆ ແລະ ຄ່າໃຊ້ຈ່າຍທີ່ເກີດຈາກອຸບັດຕິເຫດ.
ສະບາຍໃຈ HAPPY ປະກັນໄພທີ່ທຸກຄົນເຂົ້າເຖິງໄດ້
ພົງສະຫວັນ ປະກັນໄພ ເອພີເອ ໃຫ້ທ່ານຫຼາຍກ່ວາການຄຸ້ມຄອງ
You’re not just another customer
We’re not just another insurer
ພວກເຮົາທຸກຄົນຕ້ອງການ ການໃຊ້ຊີວິດໃຫ້ເຕັມທີ່, ແຕ່ຄວາມກັງວົນອາດຈະເປັນສີ່ງປິດກັ້ນເຮົາຢູ່ເຊັ່ນ: ກັງວົນກ່ຽວກັບສຸຂະພາບ, ກັງວົນກ່ຽວກັບການເງິນ, ແລະ ຜົນກະທົບໃນອະນາຄົດ. ແຕ່ເມື່ອທ່ານມີປະກັນ ຈະເຮັດໃຫ້ຄວາມກັງວົນນັ້ນໜ້ອຍລົງໄດ້ ເພື່ອການໃຊ້ຊີວິດໃຫ້ຫຼາຍຂື້ນ, ປົກປ້ອງຕົວທ່ານ, ຄົນທີ່ທ່ານຮັກ ແລະ ອົງກອນຂອງທ່ານດ້ວຍການປະກັນສຸຂະພາບ ຈາກ ພົງສະຫວັນ ປະກັນໄພ “ເອພີເອ”
- ປະກັນສຸຂະພາບແບບບຸກຄົນ
- ປະກັນສຸຂະພາບແບບກຸ່ມ
ວິທີນຳໃຊ້ບັດປະກັນສຸຂະພາບ





ຜົນປະໂຫຍດແລະການຄຸ້ມຄອງ:
- ການປີ່ນປົວ ແບບນອນໂຮງໝໍ (IPD)
- ຄ່າຫ້ອງ ແລະ ອາຫານ (ສູງສຸດ 90ມື້)
- ຄ່າຫ້ອງຜູ້ປ່ວຍໜັກ (ສູງສຸດ 7ມື້))
- ຄ່າປີ່ນປົວ
- ຄ່າມືແພດຜ່າຕັດ
- ຄ່າວາງຢາສະລົບ
- ຄ່າຫ້ອງທົດລອງ, ຫ້ອງແລບ (ສຳລັບ ການບົ່ງມະຕິພະຍາດ)
- ຄ່າຕິດຕາມແພດ ຕໍ່ມື້ (ສູງສຸດບໍ່ເກີນ 90 ມື້)
- ການປີ່ນປົວຜູ້ປ່ວຍນອກ ແບບສຸກເສີນ (ຈາກອຸບັດເຫດ)
- ຄ່າລົດໂຮງໝໍ
- ຄ່າຊົດເຊີຍລາຍາວັນໃນລະຫວ່າງເຂົ້ານອນປີ່ນປົວໃນໂຮງໝໍລັດ ໃນ ສປປ ລາວ (ສູງສຸດ 10ວັນ)
- ຄ່າຊົດເຊີຍລາຍາວັນໃນລະຫວ່າງເຂົ້ານອນປີ່ນປົວໃນໂຮງໝໍເອກະຊົນ ໃນ ສປປ ລາວ (ສູງສຸດ 10ວັນ)
- ການປີ່ນປົວ ແບບບໍ່ນອນໂຮງໝໍ (OPD)
- ທ່ານສາມາດໄປປີ່ນປົວຕາມໂຮງໝໍ ແລະ ຄລີນິກໃນເຄືອຂ່າຍ ໂດຍບໍ່ຕ້ອງຈ່າຍເງີນ ພຽງແຕ່ສະແດງ ບັດປະກັນສຸຂະພາບ ແລະ ບັດປະຈຳຕົວ ຕໍ່ພະນັກງານຮັບຕ້ອນເພື່ອຊ່ວຍດຳເນີນການໃນຂັ້ນຕອນຕໍ່ໄປ.
- ໃນກໍລະນີທີ່ທ່ານ ບໍ່ໄດ້ປີ່ນປົວກັບໂຮງໝໍ ແລະ ຄລີນິກ ໃນເຄືອຂ່າຍຂອງພວກເຮົາ ທ່ານສາມາດ ນຳໃບບີນມາຮຽກຮ້ອງທົດແທນຄືນກັບບໍລິສັດ ພວກເຮົາ ທ່ານຈະໄດ້ຮັບເງີນພາຍໃນ 14 ວັນ ຫຼັງຈາກທີ່ພວກເຮົາໄດ້ຮັບເອກະສານຄົບຖ້ວນ
- ພວກເຮົາມີລະບົບການຢືນຢັນຕົວຕົນຂອງລູກຄ້າ ທີ່ທັນສະໄໝຢູ່ໃນໂຮງໝໍ ແລະ ຄລີນິກ ໃນເຄືອຂ່າຍ (ໂດຍທ່ານບໍ່ຕ້ອງລໍຖ້າເພື່ອຮັບການປີ່ນປົວ)
- ພວກເຮົາມີໂຮງໝໍ ແລະ ຄລີນິກ ໃນເຄືອຂ່າຍລວມທັງໂຮງໝໍລັດ, ເອກະຊົນ ທົ່ວນະຄອນຫຼວງ ແລະ ຕ່າງແຂວງໃນປະເທດລາວ, ລວມເຖິງໂຮງໝໍລະດັບຊັ້ນນຳ ຂອງປະເທດໄທ
ມາທຳຄວາມຮູ້ຈັກ ກັບຂັ້ນຕອນການເຄຼມເງິນຄືນ ກໍລະນີທີ່ທ່ານ ຮັບການປິ່ນປົວຢູ່ໂຮງໝໍ “ນອກເຄືອຂ່າຍ” ດ້ວຍ 3 ຂັ້ນຕອນງ່າຍໆ ດັ່ງຕໍ່ໄປນີ້:
ຂັ້ນຕອນທີ 1: ເມື່ອສຳເລັດການປິ່ນປົວແມ່ນຕ້ອງມີ: ໃບຢັ້ງຢືນພະຍາດ ຫຼື ໃບຢັ້ງຢືນສຸຂະພາບ ຫຼື ໃບຢັ້ງຢືນແພດທີ່ບັນທຶກອາການເຈັບປ່ວຍຕ່າງໆ, ການສັ່ງກວດວິເຄາະເພີ່ມ, ການບົ່ງມະຕິພະຍາດທີ່ຊັດເຈນ, ໃບບິນ, ໃບຮັບເງິນ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ, ເອກະສານຕ່າງໆຕ້ອງມີລາຍເຊັນທ່ານໝໍ ແລະ ກາຈ້ຳຈາກ ໂຮງໝໍ/ຄລີນິກ ທີ່ຮັບການຮັກສາ.
ຂັ້ນຕອນທີ 2: ຂຽນແບບຟອມສະເໜີເຄຼມ ແລ້ວ ສົ່ງເອກະສານຕົ້ນສະບັບທັງໝົດໃຫ້ ເອພີເອ ພ້ອມສໍາເນົາປື້ມບັນຊີທະນາຄານ.
ຂັ້ນຕອນທີ 3: ຫຼັງຈາກໄດ້ຮັບເອກະສານຕົ້ນສະບັບຄົບຖ້ວນແລ້ວ ທາງ ເອພີເອ ຈະໂອນເງິນເຂົ້າບັນຊີທະນາຄານຂອງລູກຄ້າ ພາຍໃນ 10 ວັນ ລັດຖະການ.
ການດຳລົງຊີວິດຂອງທ່ານຈະງ່າຍຂຶ້ນ ໝົດຫ່ວງເລື່ອງບັນຫາສຸຂະພາບດ້ວຍ ປະກັນສຸຂະພາບ “ສະບາຍໃຈ” ຈາກ ພົງສະຫວັນ ປະກັນໄພ (ເອພີເອ) ພວກເຮົາໃຫ້ທ່ານຫຼາຍກວ່າການຄຸ້ມຄອງ.
ເຫດຜົນທີ່ຄວນໃຊ້ບໍລິການໂຮງໝໍ ແລະ ຄລີນິກໃນເຄືອຂ່າຍຂອງ ພົງສະຫວັນ ປະກັນໄພ (ເອພີເອ)
- ພວກເຮົາມີການປະເມີນທຸກໆໂຮງໝໍ ແລະ ຄລີນິກ ເພື່ອຮັບປະກັນວ່າທ່ານຈະໄດ້ຮັບການບໍລິການທີ່ດີທີ່ສຸດ.
- ໂຮງໝໍ ແລະ ຄລີນິກໃນເຄືອຂ່າຍເຮົາໄດ້ຮັບການຍອມຮັບດ້ານຄຸນນະພາບ ແລະ ຄວາມໃສ່ໃຈ.
- ທ່ານໝໍມີປະສົບການສູງໃນການປິ່ນປົວຄົນເຈັບ.
- ມີໂຮງໝໍ ແລະ ຄລີນິກຫຼາກຫຼາຍ ທັງໃນ ປະເທດລາວ, ປະເທດໄທ ແລະ ປະເທດກຳປູເຈຍ, ທ່ານສາມາດເຂົ້າຮັບການຮັກສາໄດ້ທັງໂຮງໝໍລັດ ແລະ ໂຮງໝໍ ເອກະຊົນໄດ້.
- ລູກຄ້າຂອງເຮົາ ສາມາດເລືອກໃຊ້ບໍລິການສູນການແພດທີ່ເພິ່ງພໍໃຈ ແລະ ສະດວກສະບາຍທີ່ສຸດ.
- ບໍ່ຈຳເປັນຕ້ອງສຳຮອງເງິນຈ່າຍ. ບັດປະກັນໄພຂອງເຮົາຈະຊ່ວຍດູແລເລື່ອງຄ່າໃຊ້ຈ່າຍໃຫ້ກັບທ່ານ.
- ເຮົາມີຜູ້ຊ່ຽວຊານທາງດ້ານການແພດປະຈຳຂອງ ພົງສະຫວັນ ປະກັນໄພ (ເອພີເອ).
- ໃຫ້ຄວາມສະດວກສະບາຍຕໍ່ຜູ້ປ່ວຍ ສະບາຍໃຈ ທຸກການຮັກສາ.
ເຫດຜົນທີ່ຄວນໃຊ້ບໍລິການໂຮງໝໍ ແລະ ຄລີນິກໃນເຄືອຂ່າຍຂອງ ພົງສະຫວັນ ປະກັນໄພ (ເອພີເອ):
ພວກເຮົາມີການປະເມີນທຸກໆໂຮງໝໍ ແລະ ຄລີນິກ ເພື່ອຮັບປະກັນວ່າທ່ານຈະໄດ້ຮັບການບໍລິການທີ່ດີທີ່ສຸດ.
ໂຮງໝໍ ແລະ ຄລີນິກໃນເຄືອຂ່າຍເຮົາໄດ້ຮັບການຍອມຮັບດ້ານຄຸນນະພາບ ແລະ ຄວາມໃສ່ໃຈ.
ທ່ານໝໍມີປະສົບການສູງໃນການປິ່ນປົວຄົນເຈັບ.
ມີໂຮງໝໍ ແລະ ຄລີນິກຫຼາກຫຼາຍ ທັງໃນ ປະເທດລາວ, ປະເທດໄທ ແລະ ປະເທດກຳປູເຈຍ, ທ່ານສາມາດເຂົ້າຮັບການຮັກສາໄດ້ທັງໂຮງໝໍລັດ ແລະ ໂຮງໝໍ ເອກະຊົນໄດ້.
ລູກຄ້າຂອງເຮົາ ສາມາດເລືອກໃຊ້ບໍລິການສູນການແພດທີ່ເພິ່ງພໍໃຈ ແລະ ສະດວກສະບາຍທີ່ສຸດ.
ບໍ່ຈຳເປັນຕ້ອງສຳຮອງເງິນຈ່າຍ. ບັດປະກັນໄພຂອງເຮົາຈະຊ່ວຍດູແລເລື່ອງຄ່າໃຊ້ຈ່າຍໃຫ້ກັບທ່ານ.
ເຮົາມີຜູ້ຊ່ຽວຊານທາງດ້ານການແພດປະຈຳຂອງ ພົງສະຫວັນ ປະກັນໄພ (ເອພີເອ).
ໃຫ້ຄວາມສະດວກສະບາຍຕໍ່ຜູ້ປ່ວຍ ສະບາຍໃຈ ທຸກການຮັກສາ.