ປະຫວັດບໍລິສັດ





ບໍລິສັດ ພົງສະຫວັນ ປະກັນໄພ (ເອພິເອ) ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນໃນ ປີ 2016 ເຊິ່ງ ເປັນບໍລິສັດໃນເຄືອຂອງ ກຸ່ມພົງສະຫວັນ ແລະ ເປັນບໍລິສັດປະກັນໄພ ເອກະຊົນ 100% ແຫ່ງທຳອິດໃນ ສປປ ລາວ. ບໍລິສັດຂອງພວກເຮົາໄດ້ຮັບອະນຸຍາດໃຫ້ຈໍາໜ່າຍປະກັນຊີວິດ ແລະປະກັນໄພທົ່ວໄປເຊັ່ນ: ປະກັນສຸຂະພາບ, ປະກັນໄພຍານພາຫະນະ, ປະກັນໄພຊັບສິນ, ປະກັນໄພທ່ອງທ່ຽວ ແລະ ອື່ນໆ. ນັບແຕ່ໄດ້ເລີ່ມຂາຍຜະລິດຕະພັນປະກັນໄພຕັ້ງແຕ່ປີ 2017 ເປັນຕົ້ນມາ, ບໍລິສັດຂອງພວກເຮົາມີການພັດທະນາຢ່າງຕໍ່ເນື່ອງ ແລະ ຍັງຄົງສືບຕໍ່ພັດທະນາຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.
ວິໄສທັດຂອງບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ແມ່ນເພື່ອ “ ສ້າງຊື່ສຽງດ້ວຍການເປັນບໍລິສັດປະກັນໄພແບບມືອາຊີບ ຖືເອົາຄຸນຄ່າຫຼັກຂອງລູກຄ້າເປັນຈຸດໃຈກາງຂອງການດໍາ ເນີນງານ ແລະໃຫ້ການບໍລິການຊັ້ນໜຶ່ງ ໃນທຸກໆການບໍລິການຂອງພວກເຮົາໃຫ້ກັບລູກຄ້າ”. ພາລະກິດຂອງບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ແມ່ນເພື່ອ “ ເປັນບໍລິສັດປະກັນໄພທີ່ຖືກເລືອກ ແລະ ເຊື່ອຖືໄດ້ໃນປະເທດລາວ”
ເປົ້າໝາຍຂອງບໍລິສັດ ພົງສະຫວັນປະກັນໄພ (ເອພີເອ): “ ສ້າງຜະລິດຕະພັນໃຫ້ເໝາະສົມສໍາລັບທຸກທ່ານ” “ ສ້າງຜະລິດຕະພັນໃຫ້ສາມາດເຂົ້າເຖິງໄດ້ທຸກທ່ານ” “ ສ້າງຜະລິດຕະພັນໃຫ້ມີລາຄາທີ່ເໝາະສົມສໍາລັບທຸກທ່ານ”
ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ມີຫຼາກຫຼາຍຜະລິດຕະພັນ ແລະ ສະໜອງຜະລິດຕະພັນແບບຮອບດ້ານໃຫ້ແກ່ລູກຄ້າພາຍໃນ ແລະ ຕ່າງປະເທດທີ່ອາໃສ ແລະ ເຮັດວຽກຢູ່ໃນລາວ.
ບໍລິສັດ ມີທີມງານຜູ້ບໍລິຫານທີ່ມີປະສົບການຈາກຕ່າງປະເທດ ຮ່ວມກັບຜູ້ມີປະສົບການດ້ານປະກັນໄພໃນປະເທດລາວ ພ້ອມດ້ວຍທີມງານຄົນລຸ້ນໃໝ່ ເພື່ອພັດທະນາອົງກອນ ແລະ ຕອບໂຈດທຸກຄວາມຕ້ອງການຂອງລູກຄ້າ
ຜະລິດຕະພັນຂອງບໍລິສັດໄດ້ແກ່ ປະກັນສຸຂະພາບ ເນື່ອງຈາກສຸຂະພາບແມ່ນສ່ວນທີ່ສຳຄັນຫຼາຍຕໍ່ສະຫວັດດີພາບຂອງພົນລະເມືອງລາວ ແລະ ຊາວຕ່າງປະເທດ. ພວກເຮົາສະໜອງການປະກັນສຸຂະພາບຊັ້ນນຳໃນຕະຫຼາດສຳລັບບຸກຄົນ ແລະ ສຳລັບບໍລິສັດ. ພວກເຮົາມີຫຼາກຫຼາຍລະດັບການຄຸ້ມຄອງ, ສາມາດນຳໃຊ້ກັບໂຮງໝໍ, ຄລີນິກຊັ້ນນຳໃນປະເທດລາວ ແລະ ປະເທດໄທໂດຍບໍ່ຕ້ອງສຳຮອງເງິນຈ່າຍ.
ນອກຈາກນີ້ ບໍລິສັດຫຍັງມີປະກັນຊິວິດ “ອີຊີ” ເຊິ່ງເປັນປະກັນຊີວິດທີ່ໃຫ້ຄົນລາວທຸກຄົນສາມາດເຂົ້າເຖິງໄດ້ ແລະ ເພື່ອເປັນການວາງແຜນອານາຄົດໃຫ້ກັບຕົວເອງ ແລະ ຄອບຄົວ ເພື່ອຄວາມເປັນຢູ່ທີ່ດີຂອງຄົນລາວ
ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ເປັນບໍລິສັດ ປະກັນໄພແຫ່ງທຳອິດຂອງປະເທດລາວທີ່ນຳເອົາຜະລິດຕະພັນໃໝ່ເຂົ້າມາຈຳໜ່າຍໃນ ສປປ ລາວ ແລະ ພັດທະນາການຄຸ້ມຄອງທີ່ມີຮູບແບບໃຫມ່ເພື່ອໃຫ້ຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ເຮັດໃຫ້ບໍລິສັດ ໄດ້ຮັບລາງວັນ ທຸລະກິດລິເລີ່ມດີເດັ່ນ ຈາກການເຂົ້າຊີງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ และ ລາງວັນທຸລະກິດດີເດັ່ນໃນການມອບປະສົບການທີ່ດີແກ່ລູກຄ້າຈາກສະພາການຄ້າ ແລະ ອຸດສາຫະກຳເອີຮົບ ປະຈຳລາວ ແລະ ພຣູເດັນໂຊລ໌ ລາວ
ຜະລິດຕະພັນທັງໝົດຂອງ ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ສາມາດຊື້ໄດ້ 4 ຊ່ອງທາງ ຄື: ຊື້ໂດຍກົງຜ່ານທີມງານຝ່າຍຂາຍຂອງພວກເຮົາ, ຊື້ຜ່ານເຄືອຂ່າຍຕົວແທນປະກັນໄພ, ຊື້ໄດ້ທີ່ທະນາຄານພົງສະຫວັນ ທຸກສາຂາ ທົ່ວປະເທດ ແລະ ຊື້ຜ່ານເວບໄຊ໌ຂອງບໍລິສັດ.
ບໍລິສັດ ຂອງພວກເຮົາມີທີມງານທີ່ຊ່ຽວຊານດ້ານປະກັນໄພ ທັງຄົນລາວ ແລະລະດັບສາກົນ ເພື່ອມອບການບໍລິການທີ່ດີທີ່ສຸດໃຫ້ກັບລູກຄ້າ ເຮັດໃຫ້ໄດ້ຮັບການຍອມຮັບຈາກ ບໍລິສັດຊັ້ນນຳ ສະຖານທູດ ແລະ ອົງກອນທີ່ບໍ່ສະແຫວງຫາຜົນກຳໄລ ລະດັບໂລກໃນປະເທດລາວ