ປະກັນໄພອຸປະຕິເຫດສ່ວນບຸກຄົນ

ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ແມ່ນບໍລິສັດປະກັນໄພຮອບດ້ານທີ່ໃຫ້ບໍລິການທັງປະກັນໄພຊີວິດ ແລະ ປະກັນໄພທົ່ວໄປ, ຫນື່ງໃນນັ້ນຍັງມີ: ປະກັນໄພອຸປະຕິເຫດ ສ່ວນບຸກຄົນ ທີ່ໃຫ້ການຄຸ້ມຄອງອຸປະຕິເຫດທີ່ເກີດຂື້ນໂດຍບັງເອີນ ,ການເສຍຊີວິດ, ຄວາມພິການຖາວອນ ແລະ ຄ່າປີ່ນປົວທີ່ເກີດຈາກອຸປະຕິເຫດ.

ເປົ້າໝາຍຂອງຂອງພວກເຮົາແມ່ນເພື່ອສະໜອງການຄຸ້ມຄອງໃຫ້ທ່ານ, ຄົນທີ່ທ່ານຮັກ ແລະ ຊັບສິນຂອງທ່ານ, ພວກເຮົາຍິນດີທີ່ຈະສະຫນັບສະຫນູນ ແລະ ຢູ່ຄຽງຂ້າງທ່ານເພື່ອກ້າວຜ່ານທຸກອຸປະສັກ ບົນພື້ນຖານທາງການເງິນທີ່ເຂັ້ມແຂງ ແລະ ປະສົບການຫຼາຍປີໃນລາວ.

ຜົນປະໂຫຍດແລະການຄຸ້ມຄອງ:
ປະເພດ ແລະ ເງື່ອນໄຂ ຂອງ ປະກັນໄພອຸບັດຕິເຫດສ່ວນບຸກຄົນ

  • ຄຸ້ມຄອງທ່ານທີ່ໄດ້ຮັບບາດເຈັບ, ພິການຖາວອນ ແລະ ເສຍຊີວິດ
  • ຄຸ້ມຄອງທຸກສາຂາອາຊີບ (ສາມາດຊື້ໃຫ້ພະນັກງານຂອງທ່ານໄດ້)
  • ບໍ່ຕ້ອງກວດສຸຂະພາບກ່ອນການເຮັດປະກັນໄພ

ປະກັນໄພ ອຸບັດຕິເຫດສ່ວນບຸກຄົນທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸບັດຕິເຫດເຊັ່ນ:

  • ທົດແທນຄ່າປີ່ນປົວ ການບາດເຈັບ ທີ່ເກີດຈາກອຸບັດຕິເຫດ
  • ທົດແທນໃນກໍລະນີ ພິການຖາວອນ ທີ່ເກີດຈາກອຸບັດຕິເຫດ
  • ທົດແທນໃນກໍລະນີ ເສຍຊີວິດ ທີ່ເກີດຈາກອຸບັດຕິເຫດ

ຜູ້ທີ່ສາມາດເຮັດປະກັນໄພອຸບັດຕິເຫດໄດ້

  • ບຸກຄົນທີ່ດຳລົງຊີວິດ ຫຼື ດຳເນີນທຸລະກິດຢູ່ ສປປ ລາວ
  • ຜູ້ທີ່ມີອາຍຸແຕ່ 18-60 ປີ

 

ປະກັນໄພອຸປະຕິເຫດສ່ວນບຸກຄົນມອບຄວາມອຸ່ນໃຈເມື່ອເກີດເຫດການທີ່ບໍ່ຄາດຄິດຕໍ່ທ່ານ

  • ໃຫ້ຄ່າປິ່ນປົວ ຈາກການບາດເຈັບສູງສຸດເຖິງ 1,200,000 ກີບ/ຄັ້ງ
  • ໃນກໍລະນີພິການຖາວອນ ສູງສຸດເຖິງ 25,000,000 ກີບ
  • ໃນກໍລະນີ ເສຍຊີວິດ ສູງສຸດເຖິງ 25,000,000 ກີບ

ມີໃຫ້ເລືອກຫຼາກຫຼາຍຄວາມຄຸ້ມຄອງ

  • ທາງເລືອກທີ 1: 124,500 ກີບ ຕໍ່ ປີ
  • ທາງເລືອກທີ 2: 229,000 ກີບ ຕໍ່ ປີ
  • ທາງເລືອກທີ 3: 333,500 ກີບ ຕໍ່ ປີ
  • ທາງເລືອກທີ 4: 438,000 ກີບ ຕໍ່ ປີ
  • ທາງເລືອກທີ 5: 542,500 ກີບ ຕໍ່ ປີ
  • ທາງເລືອກທີ 6: 647,000 ກີບ ຕໍ່ ປີ

ຊຶ່ງທ່ານຈະໄດ້ຮັບຜົນປະໂຫຍດສູງຂຶ້ນຕາມແຕ່ລະທາງເລືອກ ສູງສຸດເຖິງ 100,000,000 ກີບ