ປະກັນໄພຊີວິດ ອີຊີ

ພົງສະຫວັນປະກັນໄພ (ເອພີເອ)ຂໍນຳສະເໜີຜະລິດຕະພັນ "ປະກັນຊີວິດ ອີຊີ" (EZY Life Insurance)

ທີ່ອອກແບບມາເພື່ອຄົນລາວທຸກໆທ່ານ ໃຫ້ສ້າງຄວາມຫມັ້ນໃຈເທິງພື້ນຖານດ້ານການເງິນ ດ້ວຍປະກັນຊີວິດທີ່ມີຄ່າທຳນຽມຕໍ່າ ເລີ້ມຕົ້ນ 550,000 ກີບ/ປີ (ພ້ອມຍັງສາມາດແບ່ງຈ່າຍແບບ 3 ເດືອນໄດ້) ແລະ ວົງເງິນຄຸ້ມຄອງສູງຂື້ນທຸກປີ.

ທີ່ສຳຄັນທ່ານສາມາດຊື້ປະກັນໂດຍບໍ່ຈໍາເປັນຕ້ອງກວດສຸຂະພາບ ຫຼື ຕອບຄໍາຖາມສຸຂະພາບ ພ້ອມໃຫ້ຄຸ້ມຄອງຫຼັງຈາກເຮັດປະກັນ ໂດຍບໍ່ຕ້ອງລໍຖ້າ

 

ວາງແຜນທາງດ້ານການເງີນໃນວັນນີ້...

ເພື່ອຄວາມໝັ້ນຄົງຂອງຄົນທີ່ທ່ານຮັກໃນວັນໜ້າ

 

ພົງສະຫວັນ ປະກັນໄພ ເອພີເອ ໃຫ້ທ່ານຫຼາຍກ່ວາການຄຸ້ມຄອງ

You’re not just another customer

We’re not just another insurer

ເລີ່ມວາງແຜນດ້ານການເງິນໃນມື້ນີ້ ເພື່ອອານາຄົດຂອງຄົນທີ່ທ່ານຮັກໃນມື້ໜ້າ ດ້ວຍຄ່າທຳນຽມຄົງທີ່ ແຕ່ຜົນຕອບແທນສູງຂຶ້ນທຸກປີ

ປະກັນຊີວິດ ຂອງພົງສະຫວັນ ປະກັນໄພ (ເອພີເອ) ມີ 2 ແບບຄື:

  1. ປະກັນຊີວິດ ອີຊີ / EZY Life Insurance
    • ທາງເລືອກ 1 : 550,000 ກີບ / ປີ
    • ທາງເລືອກ 2: 1,999,000 ກີບ / ປີ,
  1. ປະກັນຊີວິດ ອີຊີ ແບບພິເສດ / Special EZY Life Insurance
    • ທາງເລືອກ 1 : 999,000 ກີບ / ປີ
    • ທາງເລືອກ 2 : 1,499,000 ກີບ / ປີ
      • ມີເງີນຊົດເຊີຍລາຍວັນກໍລະນີນອນໂຮງໝໍ ຈາກອຸບັດເຫດ ຫຼື ເຈັບປ່ວຍ

ຜົນປະໂຫຍດແລະການຄຸ້ມຄອງ:

  • ຄ່າປະກັນໄພຄົງທີ່
  • ວົງເງີນຄຸ້ມຄອງ ສູງຂື້ນທຸກໆປີ
  • ຄຸ້ມຄອງຕະຫຼອດຊີວິດ
  • ບໍ່ຕ້ອງກວດສຸຂະພາບ
  • ສາມາດຊື້ໄດ້ ແຕ່ອາຍຸ 18-60 ປີ
  • ຊຳລະເປັນປິ ຫຼື ເປັນງວດທຸກໆ 3 ເດືອນ
  • ທ່ານສາມາດມາຊື້ປະກັນໄພທີ່ຫ້ອງການ ພົງສະຫວັນປະກັນໄພ (ເອພີເອ), ທະນາຄານພົງສະຫວັນ ທຸກສາຂາ ແລະ ຕົວແທນຈຳຫນ່າຍທົ່ວປະເທດ

 

ປະກັນຊີວິດບໍ່ພຽງແຕ່ເປັນການລົງທຶນທາງດ້ານການເງິນ, ແຕ່ຍັງເປັນດັ່ງຄໍາສັນຍາຂອງການໃຫ້ການປົກປ້ອງຄຸ້ມຄອງ ແລະ ປະກັນອະນາຄົດທາງການເງິນຂອງຄົນທີ່ທ່ານຮັກໃຫ້ໝັ້ນຄົງ ເຊີ່ງເປັນການປະສົມປະສານລະຫວ່າງການດູແລ, ຄວາມຫວັງ, ແລະ ຄວາມຮັບຜິດຊອບ ທີ່ທ່ານສາມາດສະແດງຕໍ່ຄົນທີ່ທ່ານຮັກໄດ້

ປະກັນຊີວິດ ”ອີຊີ” ຈາກພົງສະຫວັນປະກັນໄພ (ເອພີເອ) ແຜນການຄຸ້ມຄອງທີ່ໃຫ້ທ່ານອຸ່ນໃຈທຸກຄວາມກັງວົນ

 

 

 

 

 

ພົບກັບຜະລິດຕະພັນໃໝ່

ໃໝ່! ປະກັນຊີວິດ ອີຊີໂກລ (EZY Life Gold) ຄັ້ງທຳອິດຂອງການລວມປະກັນໄພທີ່ໃຫ້ການຄຸ້ມຄອງແບບພິເສດ ຊື້ 1 ໄດ້ເຖິງ 3 ຄົບຈົບໃນບັດດຽວ

  1. ຄຸ້ມຄອງ ປະກັນຊີວິດ
  2. ຄຸ້ມຄອງ ປະກັນສຸຂະພາບ (ປິ່ນປົວກໍລະນີນອນໂຮງຫມໍ)
  3. ຄຸ້ມຄອງ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ

ປະກັນຊີວິດ ອີຊີ ໂກລ EZY Life Gold ຕອບໂຈດສຳລັບລູກຄ້າທີ່ບໍ່ຢາກຊື້ປະກັນຫຼາຍຢ່າງແຍກກັນ ໃຫ້ເກີດຄວາມຍຸ້ງຍາກ ແລະ ສັບສົນ

  • ປະຢັດຄ່າໃຊ້ຈ່າຍເມື່ອທຽບກັບການຊື້ແຍກ.
  • ຄຸ້ມຄອງຊີວິດ ແລະ ຄ່າຮັກສາຍາມເຈັບເປັນ.
  • ບໍ່ຕ້ອງສຳຮອງເງິນຈ່າຍກໍລະນີເຂົ້າຮັບການຮັກສາ.
  • ສາມາດນໍາໃຊ້ບັດໄດ້ທັງໃນປະເທດລາວ ແລະ ປະເທດໄທ.

ຢ່າໃຫ້ການສູນເສຍ ເປັນການເພີ່ມພາລະໃຫ້ຄົນໃນຄອບຄົວ ຫຼື ຄົນທີ່ທ່ານຮັກ ໃຫ້ປະກັນຊີວິດ ອີຊີໂກລ ຂອງພວກເຮົາຊ່ວຍເບິ່ງແຍງ ແລະ ຮັບຜິດຊອບ ບັນຫາທາງການເງິນຂອງທ່ານ ເພື່ອໃຫ້ທ່ານສາມາດສຸມໃສ່ສິ່ງທີ່ສຳຄັນກ່ວາ

 

ປະກັນ ຊີວິດ ອີຊີ ໂກລ ມອບການລົງທຶນອັນລ້ຳຄ່າທີ່ມອບຫຼັກປະກັນໃຫ້ຄົນທີ່ທ່ານຮັກ ມີຄວາມໝັ້ນຄົງທາງດ້ານການເງິນໃນກໍລະນີທີ່ທ່ານຈາກໄປ

ແລະ ສິ່ງທີ່ດີທີ່ສຸດແມ່ນ: ທ່ານສາມາດຍົກລະດັບ ຫຼື ຊື້ການຄຸ້ມຄອງເພີ່ມເຕີມໂດຍອີງຕາມຂໍ້ກຳນົດ ແລະ ເງື່ອນໄຂຕ່າງໆ. ຫມາຍຄວາມວ່າຜູ້ທີ່ຈະໄດ້ຮັບຜົນປະໂຫຍດຂອງທ່ານແມ່ນຈະໄດ້ຮັບ:

ຄ່າສິນໄໝກ້ອນໃຫຍ່.

ຫຼຸດຜ່ອນຄ່າໃຊ້ຈ່າຍລາຍເດືອນ.

ຄ່າຄອງຊີບ.

ຄ່າໃຊ້ຈ່າຍອື່ນໆໃນຊ່ວງເວລາທີ່ລຳບາກ.

ທ່ານສາມາດໃຫ້ຄວາມໝັ້ນຄົງທາງດ້ານການເງິນ ແລະ ການຊ່ວຍເຫຼືອຄອບຄົວຂອງທ່ານໄດ້ຫຼາຍຂຶ້ນ.