ໃນຕອນເຊົ້າຂອງ ວັນທີ 26 ມັງກອນ 2021 ໄດ້ມີການເປີດໂຕຢ່າງເປັນທາງການ ທີ່ໂຊຮູມລົດຂອງ ບໍລິສັດ ພຣາຍ ອໍໂຕ (ລາວ) ຈໍາກັດຜູ້ດຽວ ທີ່ນະຄອນຫຼວງວຽງຈັນ. ໃນພິທີໄດ້ໃຫ້ກຽດຂຶ້ນກ່າວຈາກຕົວແທນທັງ 3 ບໍລິສັດຄື: ທ່ານ ນາງ ມາດາມ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານຂອງ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍກັດ, ທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການ ບໍລິສັດ ໂລກ້າ ຈຳກັດ ແລະ ທ່ານ ດີໜູ ອາບິເຊັກ ວາຍ ວາຍດ໌ ຜູ້ຮ່ວມກໍ່ຕັ້ງ ບໍລິສັດ ພຣາຍ ອໍໂຕ (ລາວ) ຈໍາກັດຜູ້ດຽວ

ໂລກ້າຄິ້ວ ເປັນໂຄງການເພື່ອພັດທະນາບໍລິການຂົນສົ່ງໂດຍສານທີ່ໄດ້ມາດຕະຖານທຽບເທົ່າສາກົນ ໃນລາຄາທີ່ຄົນລາວສາມາດຈ່າຍໄດ້. ພ້ອມນັ້ນ, ຍັງເນັ້ນໄປທີ່ເລື່ອງຂອງຄວາມປອດໄພເປັນຫຼັກ ໂດຍມີປະກັນໄພຄຸ້ມຄອງສູງເຖິງ 500ລ້ານກີບ ໂດຍ ພົງສະຫວັນ ປະກັນໄພ (ເອພີເອ) ໃນທຸກຖ້ຽວທີ່ທານໃຊ້ບໍລິການ. ພົງສະຫວັນ ປະກັນໄພ (ເອພີເອ) ໄດ້ອອກແບບຜະຫລິດຕະພັນປະກັນໄພ ສະເພາະເພື່ອໃຫ້ແທດເຫມາະກັບຄວາມຕ້ອງການຂອງບໍລິສັດ ໂລກ້າ ຈຳກັດ ແລະ ບໍລິສັດ ພຣາຍ ອໍໂຕ (ລາວ) ຈໍາກັດຜູ້ດຽວ ເຊິ່ງຖືເປັນບໍລິສັດ ປະກັນໄພຜູ້ທຳອິດ ຢູ່ປະເທດລາວ ທີ່ປະສົບຜົນສຳເລັດໃນການພັດທະນາການປະກັນໄພລົດ ແບບຄິດໄລ່ຄ່າທຳນຽມຕາມໄລຍະ ໃຫ້ກັບ LOCA ແລະ ປະກັນໄພລົດພາກບັງຄັບໃຫ້ກັບລົດ ທຸກຄັນທີ່ BAJAJ ຂາຍອອກ.

ສຳລັບ ໂລກ້າຄິ້ວ (LOCA QUTE) ແມ່ນບໍລິການແບບໃໝ່ທີ່ນຳໃຊ້ລົດຂະໜາດນ້ອຍນຳເຂົ້າຈາກອິນເດຍ ເປັນທາງເລືອກໃໝ່ໃຫ້ກັບລູກຄ້າທີ່ຕ້ອງການເດີນທາງໄລຍະສັ້ນ ແລະ ໃນຊົ່ວໂມງຮີບດ່ວນເນື່ອງຈາກຕົວລົດທີ່ມີ ຂະໜາດນ້ອຍກວ່າລົດທົ່ວໄປຈຶ່ງສາມາດເດີນທາງໃນຕົວເມືອງໄດ້ຄ່ອງແຄ້ວກວ່າ ແລະ ມີຄ່າບໍລິການທີ່ປະຢັດກວ່າ.

ບໍລິການໃໝ່ນີ້ແມ່ນເພື່ອຕອບສະໜອງໃຫ້ລູກຄ້າມີທາງເລືອກທີ່ຫຼາກຫຼາຍຂຶ້ນໃນການນໍາໃຊ້ບໍລິການຂົນສົ່ງຜູ້ໂດຍສານໃນຕົວເມືອງ ນະຄອນຫຼວງວຽງຈັນ ພ້ອມນີ້ບໍລິການຂອງໂລກ້າ ກໍຍັງມີລາຄາທີ່ໂປ່ງໃສ ເພາະນຳໃຊ້ລະບົບຄິດ ໄລ່ລາຄາ ທີ່ຜູ້ໃຊ້ສາມາດກວດສອບໄດ້ໃນທຸກໆຖ້ຽວ, ມີປະຫວັດຂອງຄົນຂັບ ແລະ ຍິ່ງເດີນທາງພ້ອມ ກັນຫຼາຍ ຄົນຍິ່ງປະຢັດ ເພາະຄ່າບໍລິການແມ່ນສາມາດຫານກັນໄດ້ (ບໍ່ໄດ້ໄລ່ເປັນບຸກຄົນ). ພິເສດກໍຄື ຜູ້ໂດຍສານຍັງສາມາດ ສະສົມຄະແນນຈາກການໃຊ້ບໍລິການ ເພື່ອນຳໄປແລກຮັບສິດທິພິເສດຕ່າງໆອີກດ້ວຍ.