ສປປ ລາວ ຖືກຂະໜາມນາມວ່າເປັນ “ແບັດເຕີລີ່ແຫ່ງເອເຊຍ”, ເຊີ່ງພົງສະຫວັນ ປະກັນໄພ ໃນຖານະທີ່ເປັນຜູ້ບຸກເບີກ ປະກັນລົດຍົນໄຟຟ້າ (Electric Vehicle) ມີຄວາມຍີນດີທີ່ຈະເປັນຫົວຫຼັກຫົວຕໍໃນການລິເລີ່ມປະຕິວັດພະລັງງານສີຂຽວໃນປະເທດລາວເຊັ່ນດຽວກັນ

ທ່ານ ດີນ ໂຣເບີດຣ໌ສັນ,ຜູ້ອຳນວຍການໃຫຍ່, ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ, ໄດ້ຮັບກຽດເປັນຜູ້ປາໄສ ແລະ ຜູ້ແທນຄະນະສະມາຊິກ ໃນງານ EV Event ທີ່ໄດ້ຈັດຂື້ນເປັນຄັ້ງທີ່ 2 ໃນວັນທີ 7 ກໍລະກົດ 2023 ທີ່ນະຄອງຫຼວງວຽງຈັນ.​ງານດັ່ງກ່າວ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກທຸລະກິດພາຍໃນທ້ອງຖິ່ນ ແລະ ເປັນການໃຫ້ໂອກາດທີ່ດີ ໃນການແລກປ່ຽນຄວາມຮູ້, ສິ່ງທ້າທາຍ ແລະ ແບ່ງປັນການແກ້ໄຂບັນຫາ ລະຫວ່າງຜູ້ຜະລິດ ແລະ ຜູ້ເລີ່ມຕົ້ນໃຊ້ງານຕົວລົດໄຟຟ້າເອງ.

ໃນຄວາມເປັນຈິງແລ້ວ, ຈາກຕົວເລກຊີ້ໃຫ້ເຫັນວ່າ ໃນປີ 2021, ປະເທດລາວມີລົດໄຟຟ້ານຳເຂົ້າພຽງ 121 ຄັນ, ແຕ່ຫຼັງຈາກນັ້ນໃນປີ 2022 ຕົວເລກໄດ້ເພີ່ມຂື້ນເປັນ 1,430ຄັນ. ຈາກອັດຕາທີ່ເພີ່ມຂຶ້ນນີ້ ສະແດງໃຫ້ເຫັນເຖິງການຍອມຮັບຂອງລົດໄຟຟ້າທີ່ມີຫຼາຍຂຶ້ນ ໂດຍລັດຖະບານລາວ ວາງໃສ່ເປົ້າໝາຍໄວ້ວ່າ ຈະ​ເລັ່ງ​ ໃຫ້ ສປປ ລ ​ທີ່ມີການນຳໃຊ້ລົດຍົນໄຟຟ້າພຽງ 1% ​ໃນ​ປີ 2022 ໃຫ້ເພີ່ມ​ເປັນ 30% ພາຍ​ໃນ​ປີ 2030. ເຊີ່ງນັ້ນສົ່ງຜົນໃຫ້ຫຼາຍບໍລິສັດ​ລົດ​ຍົນ​ນັບ​ມື້​ນັບເລັງຄວາມສົນໃຈໄປໃຫ້ລົດຍົນໄຟຟ້າຫຼາຍ​ຂຶ້ນ.

ລົດຍົນໄຟຟ້າເປັນເປົ້າໝາຍຍຸດທະສາດສໍາລັບພວກເຮົາ, ແລະ ດ້ວຍຈຸດຢືນ, ວິໄສທັດອັນແນ່ວແນ່ ພວກເຮົາມີຄວາມພູມໃຈທີ່ຈະສະຫນັບສະຫນູນລະບົບນິເວດທີ່ຈະພັດທະນາໃນອະນາຄົດ

ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ