ບໍລິສັດ ພົງສະຫວັນ ປະກັນໄພ ເອພີເອ ແລະ ບໍລິສັດ ສາຍຝົນ ໂບຼກເກີປະກັນໄພລາວ ຈຳກັດ ໄດ້ລົງນາມສັນຍາຄູ່ຮ່ວມມືຍຸດທະສາດ ໂດຍທັງສອງຝ່າຍຈະເຮັດວຽກຮ່ວມກັນເພື່ອການຈຳໜ່າຍປະກັນໄພຜ່ານແອັບພລິເຄຊັ່ນ Saiyfon. ​ເຊິ່ງຈະ​ເປັນການອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ລູກ​ຄ້າ ​ໃນ​ການ​ຊື້​ປະກັນ​ໄພ​ຜ່ານ​ແອັບດັ່ງກ່າວ. ນອກ​ຈາກນີ້, ສອງ​ບໍລິສັດ​ຍັງ​ຈະຮ່ວມກັນ​ປັບປຸງແອັບພລິເຄຊັ່ນ ​ ​ເພື່ອໃຫ້​ຕອບ​ສະໜອງ​ກັບຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ​ແລະ​ ລັດຖະບານໃນຕໍ່ໜ້າອີກດ້ວຍ.

ທັງສອງ​ຝ່າຍ​ຍັງ​ໄດ້​ເຫັນ​ດີ​ໃນການຮ່ວມ​ມືຄິດຄົ້ນພັດທະນາກ່ຽວກັບຄວາມຖະນັດ ແລະ ນຳໃຊ້ປະໂຫຍດຈາກຈຸດແຂງ​ຂອງ​ຕົນເອງ, ລວມເຖິງ ການປັບປຸງ ແລະ ຍົກສູງລະດັບຄວາມສາມາດທາງດ້ານດິຈິຕອນເພື່ອການຮ່ວມມືພັດທະນາໃນກ້າວຕໍ່ໆໄປ.

ທ່ານ ດີນ ໂຣເບີດຣ໌ສັນ,ຜູ້ອຳນວຍການໃຫຍ່, ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໄດ້ກ່າວໃນພິທີວ່າ,  ພົງສະຫວັນ (ເອພີເອ) ຂໍສະແດງຄວາມຊົມເຊີຍມາຍັງ ບໍລິສັດ ສາຍຝົນໂບຼກເກີປະກັນໄພລາວ ຈຳກັດ ທີ່ໄດ້ເປີດຕົວຄວາມສາມາດດ້ານດິຈິຕອລ ແລະ ກ່າວຕື່ມອີກວ່າ: “ການລິເລີ່ມນີ້ຈະຂະຫຍາຍການເຂົ້າເຖິງຖານລູກຄ້າໄດ້ຢ່າງຫຼວງຫຼາຍ ແລະ ຊ່ວຍໃຫ້ເພີ່ມລູກຄ້າໃຫມ່ໄດ້ໄວຂຶ້ນ. ການຫັນເປັນດິຈິຕອລແມ່ນຫົນທາງການກ້າວໄປສູ່ອະນາຄົດ ແລະ ເປັນຂໍ້ໄດ້ປຽບໃນການແຂ່ງຂັນ.ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ພວກເຮົາກໍ່ກຳລັງພັດທະນາເພື່ອກ້າວເຂົ້າສູ່ຂະບວນການນຳໃຊ້ດິຈິຕອລ ເພື່ອຍົກລະດັບການບໍລິການທີ່ດີຂື້ນໃຫ້ກັບລູກຄ້າຂອງພວກເຮົາເຊັ່ນດຽວກັນ.” ທ່ານ ດີນ ໂຣເບີດຣ໌ສັນ ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນລະຫວ່າງ, ບໍລິສັດ ພົງສະຫວັນ ປະກັນໄພ ​ແລະ ບໍລິສັດ ສາຍຝົນ ວ່າ “ພວກ​ເຮົາ​ຕ້ອງ​ການ​ສະ​ໜັບ​ສະ​ໜູນ​ຄູ່​ຮ່ວມ​ທຸລະກິດ​ ເພື່ອ​ການຂະ​ຫຍາຍ​ຕົວ​ໄປ​ນຳ​ກັນ, ພວກເຮົາຮັບຮູ້ວ່າ ບໍລິສັດ ສາຍຝົນ ໄດ້ມີການຮ່ວມມືກັບບໍລິສັດປະກັນໄພອື່ນໆອີກ ເຊິ່ງນັ້ນກໍ່ເປັນຜົນດີສໍາລັບລູກຄ້າ ຍ້ອນວ່າມັນຈະເປັນແຮງກະຕຸ້ນໃຫ້ບໍລິສັດປະກັນໄພອື່ນໆ ກະຕືລືລົ້ນໃນປັບປຸງພັດທະນາໄປເລື້ອຍໆ. ເຊັ່ນດຽວກັບພາລະກິດຂອງ ພົງສະຫວັນ ປະກັນໄພ ແມ່ນການເປັນບໍລິສັດປະກັນໄພທີ່ໜ້າເຊື່ອຖື ແລະ ເປັນຜູ້ລິເລີ່ມການປ່ຽນແປງໃຫມ່ໆໃນ ສປປ ລາວ. ພວກເຮົາເປັນບໍລິສັດທ້ອງຖິ່ນ ແລະ ການຮ່ວມມືຍຸດທະສາດນີ້ສອດຄ່ອງກັບພາລະກິດຂອງພວກເຮົາເພື່ອສ້າງຄວາມແຕກຕ່າງໃນຊີວິດຂອງປະຊາຊົນ ແລະ ຊຸມຊົນທ້ອງຖິ່ນ.”

ທ່ານ ໄຊຍະສິດ ພົມມະຈິດ ຜູ້ອຳນວຍການ, ບໍລິສັດ ສາຍຝົນ ໂບຼກເກີປະກັນໄພລາວ ຈຳກັດ  ກ່າວຕອບໃນພິທີວ່າ “ບໍລິສັດ ສາຍຟົນ ມີຄວາມພູມໃຈທີ່ໄດ້ເປັນພັນທະມິດ ແລະ ຮ່ວມມືກັບ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ), ພວກເຮົາຕ້ອງການຂະຫຍາຍການຮ່ວມມືນີ້ ເພື່ອຜົນປະໂຫຍດຮ່ວມກັນໃນອະນາຄົດ”. ທ່ານ ໄຊຍະສິດ ພົມມະຈິດ ມີຄວາມຍິນດີກັບການເປີດຕົວຄວາມສາມາດດ້ານດິຈິຕອນຂອງບໍລິສັດໃນຄັ້ງນີ້ ແລະ ລະບຸວ່ານີ້ແມ່ນບາດກ້າວທໍາອິດໃນການເດີນທາງເຂົ້າສູ່ຮູບແບບດິຈິຕອນຂອງບໍລິສັດ, “ພວກເຮົາເລີ່ມຕົ້ນດ້ວຍ ປະກັນໄພລົດໃຫຍ່ ແລະ ວາງແຜນທີ່ຈະຂະຫຍາຍໄປສູ່ຜະລິດຕະພັນອື່ນໆໃນອະນາຄົດອັນໃກ້ນີ້, ອີກທັ້ງຍັງຕ້ອງການເຊື່ອມຕໍ່ຮູບແບບດິຈິຕອນນີ້ກັບຄູ່ຮ່ວມທຸລະກິດປະກັນໄພຂອງພວກເຮົາອີກຫຼາຍໆບໍລິສັດ ເພື່ອໃຫ້ລູກຄ້າສະມາດໄດ້ຮັບການຕອບສະຫນອງທີ່ວ່ອງໄວ ແລະ ມີປະສິດທິພາບ, ລວມເຖິງພວກເຮົາຍັງຫວັງວ່າຈະເສີມຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຂອງພວກເຮົາກັບ ພົງສະຫວັນ ປະກັນໄພ ໃນອະນາຄົດຂ້າງຫນ້າ ໂດຍການກໍານົດຂົງເຂດໃຫມ່ຂອງການຮ່ວມມື.”