ພະນັກງານດີເດັ່ນ ປະຈໍາເດືອນ ຕຸລາ 2020

ພົງສະຫວັນປະກັນໄພ (ເອພີເອ) ຂໍສະແດງຄວາມຍິນດີກັບ ທ່ານ ນາງ ນໍ້າຫວານ ໄຊຍະວົງ ພະນັກງານດີເດັ່ນ ປະຈໍາເດືອນ ຕຸລາ 2020 ທີ່ມີຄວາມມຸ່ງໝັ້ນຕັ້ງໃຈ ເພຶ່ອເຮັດໃຫ້ບັນລຸເປົ້າໝາຍໃຫ້ເກີດຜົນສຳເລັດ ແລະ ຜົນປະໂຫຍດໃຫ້ແກ່ບໍລິສັດ ຈົນເປັນທີ່ໜ້າຍົກຍ້ອງ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານທ່ານອື່ນໆໃນການສ້າງຜົນງານໃນອານາຄົດ. (ເພີ່ມເຕີມ…)

ພິທີເຊັນສັນຍາ ວ່າດ້ວຍ “ການເຮັດທຸລະກຳປະກັນໄພ ແບບດິຈິຕອນ ຂອງ ພົງສະຫວັນປະກັນໄພ (ເອພີເອ) ຜ່ານ ບໍລິການ u-money”

ພິທີເຊັນສັນຍາ ວ່າດ້ວຍ “ການເຮັດທຸລະກຳປະກັນໄພ ແບບດິຈິຕອນ ຂອງ ພົງສະຫວັນປະກັນໄພ (ເອພີເອ) ຜ່ານ ບໍລິການ u-money” ລະຫ່ວາງ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ.

ຈຸດປະສົງໃນການເຊັນສັນຍາຄັ້ງນີ້ເພື່ອ ເປັນການເພີ່ມຊ່ອງທາງໃນການ ເຮັດທຸລະກຳ ໃຫ້ແກ່ລູກຄ້າ ດ້ວຍການເຮັດທຸລະກຳປະກັນໄພ ແບບດິຈິຕອນ ຂອງ ພົງສະຫວັນປະກັນໄພ (ເອພີເອ) ຜ່ານ ບໍລິການ u-money ໄດ້ໂດຍກົງ (ການຊື້ປະກັນໄພ ການຕໍ່ສັນຍາ ແລະ ການຈ່າຍຄ່າທຳນຽມປະກັນໄພ ) ເຊິ່ງຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ ປະຊາຊົນທົ່ວໄປ ທີ່ອາໄສ່ຢູ່ທຸກຂົງເຂດ ທົົ່ວປະເທດລາວ ສາມາດເຂົ້າເຖິງປະກັນໄພ ໄດ້ຢ່າງງ່າຍດາຍທີ່ສຸດ.

ຮັບເລີຍທັນທີ ສ່ວນຫຼຸດ 50%

ສຳລັບທ່ານໃດທີ່ພາດໂອກາດດີໆ ໃນການຊື້ປະກັນໄພລົດໃຫຍ່ ກັບພົງສະຫວັນປະກັນໄພ (ເອພີເອ) ທ່ານຍັງສາມາດຮັບສິດທິພິເສດນີ້ໄດ້ຢູ່ ພຽງແຕ່ຊື້ປະກັນໄພກັບພວກເຮົາ ຮັບເລີຍທັນທີ ສ່ວນຫຼຸດ 50% ພ້ອມການຄຸ້ມກັນທີ່ອອກແບບມາເພື່ອຄຸ້ມຄອງຊັບສິນຂອງທ່ານຢ່າງມືອາຊີບ

ພະນັກງານດີເດັ່ນ ປະຈໍາເດືອນ

ພົງສະຫວັນປະກັນໄພ (ເອພີເອ) ຂໍສະແດງຄວາມຍິນດີກັບ ທ່ານ ແກ້ວອຸດອນ ຂຽວລາດຈັນທາ ພະນັກງານດີເດັ່ນ ປະຈໍາເດືອນ ກັນຍາ 2020 ທີ່ມີຄວາມມຸ່ງໝັ້ນຕັ້ງໃຈ ເພຶ່ອເຮັດໃຫ້ບັນລຸເປົ້າໝາຍໃຫ້ເກີດຜົນສຳເລັດ ແລະ ຜົນປະໂຫຍດໃຫ້ແກ່ບໍລິສັດ ຈົນເປັນທີ່ໜ້າຍົກຍ້ອງ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານທ່ານອື່ນໆໃນການສ້າງຜົນງານໃນອານາຄົດ.

ມອບສິນປະກັນໄພ ຊັບສິນ ໃຫ້ແກ່ລູກຄ້າ

ໃນວັນທີ 21/09/2020 ທີ່ຜ່ານມາ ທ່ານ ດີນ ໂຣເບີດຣ໌ສັນ (ຜູ້ອໍານວຍການໃຫຍ່) ຕາງໜ້າບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໄດ້ມອບສິນປະກັນໄພ ຊັບສິນ ໃຫ້ແກ່ລູກຄ້າຜູ້ໄດ້ຮັບຜົນກະທົບຈາກ ລົມພະຍຸ ເປັນເງິນຈໍານວນ 281,539,200 ກີບ. ເພື່ອແບ່ງເບົາພາລະ ແລະ ສ້າງຂວັນກໍາລັງໃຈໃຫ້ຜ່ານຊ່ວງເວລາທີ່ຫຍຸ້ງຍາກນີ້ໄປໂດຍໄວ.

ມອບສິນ ປະກັນໄພ ຄຸ້ມຄອງສິນເຊື່ອ

ໃນວັນທີ 16/09/2020 ທີ່ຜ່ານມາ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໄດ້ມອບສິນ ປະກັນໄພ ຄຸ້ມຄອງສິນເຊື່ອ ໃຫ້ລູກຄ້າທີ່ເສຍຊີວິດຈາກອຸປະຕິເຫດ ເປັນເງິນຈໍານວນ 11.250.000 ກີບ

ໂປຣໂມຊັ່ນຄັ້ງຍິ່ງໃຫຍ່ແຫ່ງປີ 2020 !

ກັບການຫລຸດສຸດໆ ສຳລັບທ່ານທີ່ເລືອກເຮັດປະກັນໄພລົດກັບພວກເຮົາ
ຮັບສວ່ນຫຼຸດທັນທີ 50% ສຳລັບແພ໋ກເກັດ ” ເອພີເອ-ອີຊີ, ເອພີເອ-ພຮີມ່ຽມ ແລະ ເອພີເອ-ວີໄອພີ ” ທີ່ພ້ອມຄຸ້ມຄອງທ່ານ ແລະ ລົດຂອງທ່ານຈາກເຫດການທີ່ບໍ່ຄາດຄິດ

*ດ່ວນໂປຣໂມຊັ່ນດີໆແບບນີ້ມີຈຳກັດເດີ້!! ໝົດເຂດ 30 ກັນຍາ ນີ້ເທົ່ານັ້ນ

ສອບຖາມລາຍລະອຽດເພິ່ມຕຶ່ມທີ່ 1677

ພະນັກງານດີເດັ່ນປະຈໍາເດືອນສິງຫາ 2020

ພົງສະຫວັນປະກັນໄພ (ເອພີເອ) ຂໍສະແດງຄວາມຍິນດີກັບ ທ່ານ ປຣະຢູນ ຖາວອນພະນັກງານດີເດັ່ນ ປະຈໍາເດືອນ ສິງຫາ 2020 ທີ່ມີຄວາມມຸ່ງໝັ້ນຕັ້ງໃຈ ເພຶ່ອເຮັດໃຫ້ບັນລຸເປົ້າໝາຍໃຫ້ເກີດຜົນສຳເລັດ ແລະ ຜົນປະໂຫຍດໃຫ້ແກ່ບໍລິສັດ ຈົນເປັນທີ່ໜ້າຍົກຍ້ອງ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານທ່ານອື່ນໆໃນການສ້າງຜົນງານໃນອານາຄົດ.

ມອບເຄື່ອງສະໜັບສະໜູນເພື່ອປະກອບສ່ວນເຂົ້າໃນວຽກງານຊ່ວຍເຫຼືອສັງຄົມ

ໃນວັນທີ 20 ສິງຫາ 2020 ທີ່ຜ່ານມາ ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ຈຳກັດ. ໄດ້ມອບເຄື່ອງສະໜັບສະໜູນ ເພື່ອປະກອບສ່ວນເຂົ້າໃນວຽກງານຊ່ວຍເຫຼືອສັງຄົມ ໃຫ້ກັບລາຍການ @ຮູ້ທັນສັນຈອນ ໂທລະພາບ ປກສ ກົມສື່ມວນຊົນ.