ທີມງານຝ່າຍຂາຍທີ່ມີປະສົບການ ແລະ ມຸ່ງໝັ່ນຂອງພວກເຮົາ ພ້ອມທີ່ຈະມອບບໍລິການທີ່ຍອດຍ້ຽມ ແລະ ຄຳແນະນຳຈາກຜູ້ຊ່ຽວຊານໃຫ້ແກ່ທ່ານ

ທີ່ “ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ” ທີມງານຝ່າຍຂາຍທີ່ມີປະສົບການ ແລະ ມຸ່ງໝັ່ນຂອງພວກເຮົາ ພ້ອມທີ່ຈະມອບບໍລິການທີ່ຍອດຍ້ຽມ ແລະ ຄຳແນະນຳຈາກຜູ້ຊ່ຽວຊານໃຫ້ແກ່ທ່ານ. ພວກເຮົາທຸ້ມເທເພື່ອສະເໜີການແກ້ໄຂປະກັນໄພທີ່ຄອບຄຸມເຊີ່ງອອກແບບມາເພື່ອປັກປ້ອງສິ່ງທີ່ສຳຄັນທີ່ສຸດສຳລັບທ່ານ ດ້ວຍຄວາມເປັນມືອາຊີບ, ຄວາມຊື່ສັດ ແລະ ແນວທາງທີ່ເນັ້ນເຖິງລູກຄ້າເປັນອັນດັບທຳອິດ ເຮົາມຸ່ງໝັ້ນທີ່ຈະມອບຄວາມອຸ່ນໃຈໃຫ້ທ່ານໃນທຸກຂັ້ນຕອນ.

ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ

ສະບາຍດີ ປີໃຫມ່ລາວ ພສ 2568

ສະບາຍດີ ປີໃຫມ່ລາວ ພສ 2568ເນື່ອງໃນໂອກາດປີໃຫມ່ລາວນີ້, ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຂໍສົ່ງຄຳອວຍພອນທີ່ອົບອຸ່ນເຖິງບັນດາລູກຄ້າ, ພັນທະມິດ ແລະ ທຸກໆທ່ານ, ຂໍໃຫ້ເທດສະການປີໃຫມ່ລາວນີ້ນຳພາຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມປອດໄພມາສູ່ ທ່ານ ແລະ ຄອບຄົວຂອງທ່ານ. ໃນຂະນະທີ່ທ່ານກຳລັງສະເຫລີມສະຫລອງກັບຄົນທີ່ຮັກ ແລະ ຍຶດຖືໃນປະເພນີອັນດີງາມນີ້ ຂໍໃຫ້ທຸກທ່ານເບີ່ງແຍງເຊິ່ງກັນແລະກັນສະເຫມີ. “ໂຊກດີປີໃຫມ່ລາວ” ດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ ຈາກ “ພົງສະຫວັນ ປະກັນໄພ (ເອພີເອ)”

(ເພີ່ມເຕີມ…)

“OPP in Vientiane” ພົງສະຫວັນ ປະກັນໄພ (ເອພີເອ) ພ້ອມຄຽງຄູ່ທ່ານໃນທຸກການເດີນທາງເພື່ອໄປສູ່ເປົ້າໝາຍທີ່ສຳເລັດຂອງພວກເຮົາ ໄປກັບໂຄງການ ປະກັນຊີວິດ ອີຊີ

ພວກເຮົາມຸ່ງໝັ້ນໃນການພັດທະນາຜະລິດຕະພັນເພື່ອຕອບໂຈດໃຫ້ແກ່ທຸກທ່ານ ພ້ອມທັງຂະຫຍາຍທີມງານຕົວແທນ ແລະ ສ້າງຍອດຂາຍໃຫ້ເຕີບໂຕຂື້ນເລື້ອຍໆດ້ວຍນະວັດຕະກຳທີ່ແປກໃໝ່ (ເພີ່ມເຕີມ…)

ສະຫວັດດີການ ທີ່ດີສຳລັບພະນັກງານແຜນ ປະກັນໄພສົບບູນແບບ ມອບຄວາມຄຸ້ມຄອງແບບຄອບຄຸມ ທີ່ຕອບໂຈດໃຫ້ແກ່ອົງກອນຂອງທ່ານ ສະຫວັດດີການ ທີ່ດີສຳລັບພະນັກງານ ລວມໄວ້ໃນໜຶ່ງດຽວ

  •  ປະກັນໄພອຸປະຕິເຫດສ່ວນບຸກຄົນ.
  •  ປະກັນສຸຂະພາບ.
  •  ປະກັນຊີວິດ.

ປຶກສາເພື່ອຊອກຫາສະຫວັດດີການທີ່ເໝາະສົມກັບບໍລິສັດຂອງທ່ານ ສອບຖາມເພີ່ມຕື່ມໄດ້ທີ່: 1677

ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ

(ເພີ່ມເຕີມ…)

ພິທີລົງນາມການເຊັນສັນຍາຄູ່ຮ່ວມງານໃຫມ່

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ຍິນດີຕອນຮັບ “ສູນທັນຕະກຳປີ່ນປົວແຂ້ວຄົບວົງຈອນ” ເຂົ້າມາເປັນຄູ່ຮ່ວມງານໃຫມ່ຂອງພວກເຮົາ ເພື່ອມອບການດູແລທາງດ້ານທັນຕະກຳໃຫ້ແກ່ລູກຄ້າຂອງເຮົານັ້ນເອງ,ການຮ່ວມມືຄັ້ງນີ້ຖືເປັນບາດກ້າວສຳຄັນໃນການສະເໜີວິທີທາງແກ້ໄຂດ້ານທັນຕະກຳທີ່ຄອບຄຸມ ແລະ ເຂົ້າເຖິງໄດ້ໃຫ້ແກ່ລູກຄ້າອັນຊົງຄຸນຄ່າຂອງເຮົາ.

ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ

(ເພີ່ມເຕີມ…)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ, ຂໍສົ່ງກຳລັງໃຈ ແລະ ຂໍເປັນສ່ວນຫນື່ງຂອງໂຄງການຮ່ວມໃຈຕ້ານໄພນ້ຳຖ້ວມ.

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ, ຂໍສົ່ງກຳລັງໃຈ ແລະ ຂໍເປັນສ່ວນຫນື່ງຂອງໂຄງການຮ່ວມໃຈຕ້ານໄພນ້ຳຖ້ວມ. ທາງບໍລິສັດຂອງພວກເຮົາພ້ອມໃຫ້ການສະໜັບສະໜູນ ແລະ ຂໍສົ່ງກຳລັງໃຈໃຫ້ຜ່ານວິກິດການນີ້ໄປພ້ອມກັນ.

ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ.

(ເພີ່ມເຕີມ…)

ຮ່ວມເຫຼີມສະຫຼອງ ວັນຄອບຄົວພົງສະຫວັນ ຄົບຮອບ 48 ປີ” (1 ກັນຍາ 1976 – 1 ກັນຍາ 2024)

ຮ່ວມເຫຼີມສະຫຼອງ ວັນຄອບຄົວພົງສະຫວັນ ຄົບຮອບ 48 ປີ” (1 ກັນຍາ 1976 – 1 ກັນຍາ 2024) ກັບການຈັດງານສະເຫຼີມສະຫຼອງຢ່າງຄຶກຄື້ນ ແລະ ງານຕະຫຼາດນັດ ທີ່ “ສຳນັກງານໃຫຍ່ ທະນາຄານພົງສະຫວັນ” ເຮົາມີຄວາມຍິນດີຢ່າງຍິ່ງທີ່ໄດ້ຕອນຮັບ ບັນດາຄະນະຜູ້ບໍລິຫານລະດັບສູງ ຂອງກຸ່ມບໍລິສັດພົງສະຫວັນ ແລະ ບໍລິສັດໃນເຄືອຂ່າຍຂອງພວກເຮົາທີ່ໃຫ້ກຽດເຂົ້າຮ່ວມຢ້ຽມຢາມບູດ ພົງສະຫວັນ ປະກັນໄພ (ເອພີເອ).

(ເພີ່ມເຕີມ…)

ຜະລິດຕະພັນປະກັນໄພ “Perfect Plan”

ມອບສະຫວັດດີການທີ່ດີໃຫ້ພະນັກງານ ດ້ວຍ ຜະລິດຕະພັນປະກັນໄພ “Perfect Plan” ທີ່ເໝາະສົມສຳລັບທ່ານທີ່ຕ້ອງການຊື້ປະກັນເປັນກຸ່ມ ໃຫ້ພະນັກງານໃນບໍລິສັດ. ນອກຈາກ ຄວາມຄຸ້ມຄອງທີ່ຄອບຄຸມແລ້ວ ທ່ານຍັງໄດ້ລາຄາທີ່ປະຢັດກວ່າອີກດ້ວຍ.

ຕ້ອງການສອບຖາມຂໍ້ມູນເພີ່ມຕື່ມຕິດຕໍ່ໄດ້ທີ່: 1677

ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ (ເພີ່ມເຕີມ…)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ເປັນກຽດຢ່າງຍິ່ງ ໃນການຄວ້າ 3 ລາງວັນໃຫຍ່ແຫ່ງປີ 2024

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ເປັນກຽດຢ່າງຍິ່ງ ໃນການຄວ້າ 3 ລາງວັນໃຫຍ່ແຫ່ງປີ 2024 ຈາກ International Finance Awards ເເລະ The Global Economics. ນີ້​ແມ່ນ​ຜົນສຳ​ເລັດ​ທີ່​ສຳຄັນ ​ແລະ ​ເປັນ​ພະຍານ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ບໍລິສັດ​ຕໍ່​ຄວາມ​ດີ​ເລີດ​ໃນຂະແໜງ​ປະກັນ​ໄພ (ເພີ່ມເຕີມ…)

ຄວາມແຕກຕ່າງ ລະຫວ່າງ ປະກັນໄພສຸຂະພາບ ແລະ ປະກັນໄພອຸບັດຕີເຫດສ່ວນບຸກຄົນ.

ປະກັນສຸຂະພາບແມ່ນປະກັນ ທີ່ຈະໃຫ້ຄວາມຄຸ້ມຄອງ ຄ່າປິ່ນປົວ,​ ຄ່າຢາ, ຄ່າຜ່າຕັດ ຕ່າງໆ ລວມທັງຮັບເງິນອຸດໜູນລາຍວັນ ເມື່ອທ່ານຕ້ອງເຂົ້າ ໂຮງໝໍ
ແຕ່ປະກັນສຸຂະພາບ ບໍ່ໄດ້ທົດແທນລາຍຮັບຂອງທ່ານ ຖ້າຫາກວ່າອຸປະຕິເຫດເຮັດໃຫ້ທ່ານບໍ່ສາມາດເຮັດວຽກໄດ້ ຊຶ່ງນັ້ນແມ່ນທີ່ມາຂອງ ປະກັນໄພອຸປະຕິເຫດສ່ວນບຸກຄົນ.
ພົງສະຫວັນ ປະກັນ (ເອພີເອ) ປະກັນໄພສຸຂະພາບ ແບບຄົບວົງຈອນ ເພີ່ມ ປະກັນໄພອຸປະຕິເຫດສ່ວນບຸກຄົນ ດ້ວຍຄ່າທຳນຽມອີກ 124,500 ກີບ ທ່ານກໍ່ຈະໄດ້ຮັບຄວາມຄຸ້ມຄອງດັ່ງຕໍ່ໄປນີ້:

  • ເງິນທົດແທນຄ່າປິ່ນປົວ ຈາກການບາດເຈັບ ສູງສຸດເຖິງ 1,200,000 ກີບ/ຄັ້ງ
  • ເງິນທົດແທນໃນກໍລະນີ ພິການຖາວອນ ສູງສຸດເຖິງ 25,000,000 ກີບ
  • ເງິນທົດແທນໃນກໍລະນີ ເສຍຊີວິດ ສູງສຸດເຖິງ 25,000,000 ກີບ