ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ມີຄວາມຍິນດີທີ່ໄດ້ຮ່ວມມືກັບຊຸມຊົນທ້ອງຖິ່ນ ແລະ ສູນເລືອດແຫ່ງຊາດ-ອົງການກາແດງລາວ

ເນື່ອງໃນໂອກາດ ວັນຜູ້ບໍລິຈາກເລືອດໂລກ ວັນທີ 14 ມິຖຸນາ 2023 ນີ້ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ມີຄວາມຍິນດີທີ່ໄດ້ຮ່ວມມືກັບຊຸມຊົນທ້ອງຖິ່ນ ແລະ ສູນເລືອດແຫ່ງຊາດ-ອົງການກາແດງລາວ ໃນການຈັດກິດຈະກຳຢູ່ ນະຄອນຫລວງວຽງຈັນ ແລະ ຫລວງພະບາງ
ໂດຍມີຜູ້ມາຮ່ວມບໍລິຈາກເລືອດທີ່ມາຈາກຫຼາກຫຼາຍອາຊີບ, ຫຼາຍເພດ ເເລະ ຫຼາຍໄວ, ລວມເຖິງບັນດາອົງກອນ, ກົມກອງ, ສະຖາບັນສຶກສາ, ບໍລິສັດ ຕະຫຼອດຮອດປະຊາຊົນ ພ້ອມພຽງກັນມາຮ່ວມໃຈບໍລິຈາກເລືອດ ແລະ ໃຫ້ງານຄັ້ງນີ້ປະສົບຜົນສຳເລັດຢ່າງຕັ້ງໜ້າ. (ເພີ່ມເຕີມ…)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໄດ້ເຊັນບົດບັນທຶກການຮ່ວມມືໃນການຊ່ວຍເຫລືອລ້າ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ.

ວັນ​ທີ 14 ກຸມພາ 2023, ທີ່ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໃນກິດຈະກຳ ແບ່ງປັນເລືອດ ແບ່ງປັນຄວາມຮັກ.

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ແລະ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້​ເຊັນບົດບັນທຶກການຮ່ວມມືໃນການຊ່ວຍເຫລືອລ້າ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ, ຊຶ່ງເປັນການມອບຄວາມຄຸ້ມຄອງໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດທີ່ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ເລີ່ມຕັ້ງແຕ່ວັນທີ່ 14 ກຸມພາ 2023, ຊຶ່ງປະກັນໄພອຸປະຕິເຫດສ່ວນບຸກຄົນແມ່ນພ້ອມໃຫ້ຄວາມຄຸ້ມຄອງ 24/7 ຕໍ່ບຸກຄົນ ແລະ ທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸປະຕິເຫດຈາກການດຳລົງຊີວິດປະຈຳວັນ ທີ່ມີວົງເງິນຄຸ້ມຄອງລວມສູງສຸດ 5,000,000,000 ກີບ ສຳລັບ 1,000 ຄົນ ເປັນໄລຍະເວລາ 01 ປີເຕັມ. (ເພີ່ມເຕີມ…)

ພົງສະຫວັນປະກັນໄພ (ເອພີເອ) ໄດ້ມອບເງິນຄ່າທໍານຽມປະກັນສຸຂະພາບ ມູນຄ່າຫລາຍກ່ວາ 10,000,000 ກີບ

ເນື່ອງໃນໂອກາດ ພິທີເປີດ ໂຮງໝໍ ຫຼັກໄຊ ຢ່າງເປັນທາງການ ເຊິ່ງເປັນໂຮງໝໍໃນເຄື່ອຂາຍຂອງພວກເຮົາ. ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ໄດ້ມອບເງິນຄ່າທໍານຽມປະກັນສຸຂະພາບ ມູນຄ່າຫລາຍກ່ວາ 10,000,000 ກີບ ແລະ ມີວົງເງິນຄຸ້ມຄອງສູງສຸດຫລາຍກ່ວາ 220,000,000 ກີບ ເຂົ້າໃນກິດຈະກໍາຈັບສະຫລາກພາຍໃນງານດັ່ງກ່າວ. (ເພີ່ມເຕີມ…)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ອຸປະຖຳ ແລະ ຊ່ວຍເຫຼືອໃນການຕໍ່ອາຍຸປະກັນໄພໃຫ້ເເກ່ ມູນລະນິທິຊ່ວຍເຫຼືອຄົນທຸກຍາກ

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ອຸປະຖຳ ແລະ ຊ່ວຍເຫຼືອໃນການຕໍ່ອາຍຸປະກັນໄພລົດໃຫຍ່ ເເລະ ທີ່ສຳຄັນທີ່ສຸດຄືພວກເຮົາໄດ້ມອບປະກັນອຸບັດຕິເຫດສ່ວນບຸກຄົນ ສຳລັບອາສາສະໝັກທີ່ຄອຍທຸ່ມເທ ແລະ ເສຍສະຫຼະ ຈຳນວນ 700 ຄົນທົ່ວປະເທດໃຫ້ເເກ່ມູນລະນິທິຊ່ວຍເຫຼືອຄົນທຸກຍາກເເຫ່ງ ສປປ ລາວ – Vientiane rescue (1623) ເຊິ່ງປີນີ້ກໍ່ເປັນປີທີສອງເເລ້ວ
ອົງກອນນີ້ເປັນອົງກອນທີ່ຊ່ວຍຊີວິດ ແລະ ບໍ່ຊ້ຳໃຜ ເຊິ່ງໄດ້ຮັບຄວາມເຄົາລົບນັບຖືໃນນ້ຳໃຈອັນສູງສົ່ງ ທີ່ໄດ້ເຮັດເພື່ອປະເທດຊາດ

(ເພີ່ມເຕີມ…)

ພົງສະຫວັນ ປະກັນໄພ (ເອພີເອ) ເປັນກຽດທີ່ໄດ້ເປັນຜູ້ອຸປະຖໍາໃນງານເເຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ 10

ພົງສະຫວັນ ປະກັນໄພ (ເອພີເອ) ເປັນກຽດທີ່ໄດ້ເປັນຜູ້ອຸປະຖໍາໃນງານເເຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ 10 ຊິງຂັນທ່ານປະທານສະພາເເຫ່ງຊາດ ເຊິ່ງໄດ້ຈັັດຂຶ້ນໃນວັນທີ 9-11 ພະຈິກ 2022 ມູນຄ່າ 10,000,000 ກີບ
ນັບຕັ້ງແຕ່ພວກເຮົາດໍາເນີນທຸລະກິດ, ພວກເຮົາໄດ້ປະກອບສ່ວນໃນຫຼາຍໆກິດຈະກໍາໃນການຊ່ວຍເຫຼືອສັງຄົມ, ການອຸປະຖໍາ, ການບໍລິຈາກຕ່າງ ແລະ ງານດັ່ງກ່າວກໍ່ແມ່ນຫນຶ່ງໃນບັນດາໂຄງການອຸປະຖໍາຂອງພວກເຮົາ.

(ເພີ່ມເຕີມ…)

ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ຈຳກັດ ໄດ້ມີການເຊັນສັນຍາຮ່ວມມືກັບ “ໂຮງໝໍ ຣາດຈະເວຈ”

ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ຈຳກັດ ໄດ້ເພີ່ມໂຮງໝໍໃນເຄືອຂ່າຍເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າໃຫ້ໄດ້ຮັບການປິ່ນປົວທີ່ເຂົ້າເຖິງງ່າຍ, ລູກຄ້າທີ່ມີບັດປະກັນສຸຂະພາບຈະໄດ້ຮັບການປິ່ນປົວໂດຍບໍ່ຈຳເປັນຕ້ອງສຳຮອງເງິນສົດຈ່າຍ ແລະມີຄວາມວ່ອງໄວງ່າຍຂຶ້ນ.
ທາງບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ຈຳກັດ ໄດ້ມີການເຊັນສັນຍາຮ່ວມມືກັບ “ໂຮງໝໍ ຣາດຈະເວຈ” ເຊິ່ງຕັ້ງຢູ່ຈັງຫວັດ ອຸບົນລາດສະຖານີ, ປະເທດໄທ. ຊຶ່ງປະຈຸບັນນີ້ ພວກເຮົາມີ ໂຮງໝໍ/ຄລີນິກໃນເຄືອຂ່າຍ ທີ່ມີຊື່ສຽງຫຼາຍກວ່າ 65 ແຫ່ງ ໃນທົ່ວປະເທດລາວ ແລະ ໄທ.

(ເພີ່ມເຕີມ…)

ພົງສະຫວັນ ປະກັນໄພ (ເອພີເອ) ຮ່ວມກັບ ບໍລິສັດ ແອວທົງຮວດ ເທເລຄອມ ຈຳກັດ (LTH) ນຳສະເໜີ ຜະລິດຕະພັນ ປະກັນໄພອຸປະກອນເອເລັກໂຕຣນິກ ແຫ່ງທຳອິດ ໃນປະເທດລາວ

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ (“ພົງສະຫວັນ ປະກັນໄພ”) ໄດ້ປະກາດ ເປີດຕົວຜະລິດຕະພັນປະກັນໄພອຸປະກອນເອເລັກໂຕຣນິກ (EEI) ໃໝ່ ເຊິ່ງເປັນບໍລິສັດປະກັນໄພແຫ່ງທຳອິດໃນລາວທີ່ມີຜະລິດຕະພັນນີ້. ພວກເຮົາໄດ້ຮ່ວມມືກັບ ບໍລິສັດ ແອວທົງຮວດ ເທເລຄອມ ຈຳກັດ (LTH) ໃນການອອກແບບຜະລິດຕະພັນປະກັນໄພອຸປະກອນເອເລັກໂຕຣນິກ (EEI) ເພື່ອໃຫ້ບໍລິການ ແກ່ລູກຄ້າ ຂອງ LTH ທີ່ຊື້ໂທລະສັບ iPhone ແລະ iPad ຢູ່ ສູນຈຳໜ່າຍ LTH ທຸກສາຂາ. (ເພີ່ມເຕີມ…)

ທີມງານ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໄດ້ຮ່ວມບໍລິຈາກເລືອດ ທີ່ສູນເລືອດແຫ່ງຊາດ – ອົງການກາແດງລາວ ເເລະ ໄດ້ມອບ “ປະກັນໄພ ອຸປະຕິເຫດສ່ວນບຸກຄົນ” ຟຣີໃຫ້ແກ່ຜູ້ສະມັກໃຈບໍລິຈາກເລືອດ

ໃນວັນທີ 6 ມິຖຸນາ ທີ່ຜ່ານມາ ທີມງານ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໄດ້ຮ່ວມບໍລິຈາກເລືອດ ທີ່ສູນເລືອດແຫ່ງຊາດ – ອົງການກາແດງລາວ ເເລະ ໄດ້ມອບ “ປະກັນໄພ ອຸປະຕິເຫດສ່ວນບຸກຄົນ” ຟຣີ ແລະ ຂອງທີ່ລະນຶກໃຫ້ແກ່ຜູ້ທີ່ລົງທະບຽນຮ່ວມບໍລິຈາກໃນມື້ງານ ແລະ ພວກເຮົາຂໍສະແດງຄວາມຊົມເຊີຍ ຕໍ່ທຸກທ່ານທີ່ໄດ້ປະກອບສ່ວນບໍລິຈາກເລືອດເພື່ອຊ່ວຍສັງຄົມຮ່ວມກັບພວກເຮົາໃນຄັ້ງນີ້.

ຊຶ່ງ “ປະກັນໄພ ອຸປະຕິເຫດສ່ວນບຸກຄົນ” ເເມ່ນໃຫ້ການຄຸ້ມຄອງ 24/7 ຕໍ່ບຸກຄົນ ແລະ ທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸປະຕິເຫດໃນການດຳລົງຊີວິດປະຈຳວັນ ທີ່ມີວົງເງິນຄຸ້ມຄອງສູງສຸດເຖິງ 5,000,000 ກີບ ເປັນໄລຍະເວລາ 01 ປີ ຊຶ່ງພວກເຮົາໄດ້ເລີ່ມຕັ້ງແຕ່ ວັນທີ 01 ພະຈິກ 2021 ເປັນຕົ້ນມາ. (ເພີ່ມເຕີມ…)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ໄດ້ຮັບລາງວັນທຸລະກິດດີເດັ່ນ ປະຈຳປີ 2021 ໃນການມອບປະສົບການທີ່ດີແກ່ລູກຄ້າ ເຊິ່ງຈັດຂຶ້ນໂດຍສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳລາວ (ECCIL) ແລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (ພຣູເດັນໂຊລ໌ ລາວ).

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ໄດ້ຮັບລາງວັນທຸລະກິດດີເດັ່ນ ປະຈຳປີ 2021 ໃນການມອບປະສົບການທີ່ດີແກ່ລູກຄ້າເຊິ່ງຈັດຂຶ້ນໂດຍສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳລາວ (ECCIL) ແລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (ພຣູເດັນໂຊລ໌ ລາວ).

    ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈໍາລາວ ແລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ, ໄດ້ການປະກາດລາງວັນທຸລະກິດດີເດັ່ນປະຈໍາປີ 2021 ຊິ່ງລວມມີ ປະເພດປະສົບການທີ່ດີແກ່ພະນັກງານ ແລະ ປະສົບການທີ່ດີແກ່ລູກຄ້າ ເຊິ່ງບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ໄດ້ຮັບລາງວັນຊະນະເລີດໃນປະເພດການມອບປະສົບການທີ່ດີທີ່ສຸດແກ່ລູກຄ້າ, ຊຶ່ງສະແດງໃຫ້ເຫັນເຖິງຄວາມຄິດດ້ານປະສົບການທີ່ບໍ່ຄືໃຜ, ໂດດເດັ່ນ, ແລະ ສ້າງສັນ, ສ້າງຄວາມໄວ້ວາງໃຈໃຫ້ແກ່ລູກຄ້າດ້ວຍການອອກແບບຜະລິດຕະພັນປະກັນໄພເພື່ອຕອບສະໜອງຕາມຄວາມຕ້ອງການຂອງພວກເຂົາໃຫ້ດີທີ່ສຸດ. (ເພີ່ມເຕີມ…)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໃຫ້ການຊ່ວຍເຫລືອລ້າ ປະກັນໄພລົດສຸກເສີນ ແລະ ປະກັນໄພອຸປະຕິເຫດ ສ່ວນບຸກຄົນໃຫ້ແກ່ອາສາສະຫມັກໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)

ໃນວັນ​ທີ 15 ທັນວາ 2021, ທີ່ ບ່ອນປະຈຳການໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ (ພົງສະຫວັນ ປະກັນໄພ) ໄດ້ໃຫ້ການຊ່ວຍເຫລືອລ້າໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)ໂດຍການໃຫ້ການຄຸ້ມຄອງປະກັນໄພລົດສຸກເສີນ ຈຳນວນ 11 ຄັນ ຊຶ່ງມີວົງເງີນຄຸ້ມຄອງຕໍ່ຄັນສູງສຸດຫຼາຍກວ່າ 100,000,000 ກີບ ແລະ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນແກ່ອາສາສະຫມັກ ຫຼາຍກວ່າ 300 ຄົນ ທີ່ມີວົງເງິນຄຸ້ມຄອງສູງສຸດຕໍ່ຄົນເຖິງ 12,000,000 ກີບ ເປັນໄລຍະເວລາ 01 ປີເຕັມ,ຊຶ່ງ​ການຄຸ້ມ​ຄອງ​ສູງ​ສຸດ​ທັງ​ລົດ​ສຸກເສີນ ​ແລະ ອາສາ​ສະໝັກມີມູນຄ່າລວມສູງກວ່າ 4.900.000.000 ກີບ. (ເພີ່ມເຕີມ…)