ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ໄດ້ຮັບລາງວັນທຸລະກິດດີເດັ່ນ ປະຈຳປີ 2021 ໃນການມອບປະສົບການທີ່ດີແກ່ລູກຄ້າ ເຊິ່ງຈັດຂຶ້ນໂດຍສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳລາວ (ECCIL) ແລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (ພຣູເດັນໂຊລ໌ ລາວ).

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ໄດ້ຮັບລາງວັນທຸລະກິດດີເດັ່ນ ປະຈຳປີ 2021 ໃນການມອບປະສົບການທີ່ດີແກ່ລູກຄ້າເຊິ່ງຈັດຂຶ້ນໂດຍສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳລາວ (ECCIL) ແລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (ພຣູເດັນໂຊລ໌ ລາວ).

    ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈໍາລາວ ແລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ, ໄດ້ການປະກາດລາງວັນທຸລະກິດດີເດັ່ນປະຈໍາປີ 2021 ຊິ່ງລວມມີ ປະເພດປະສົບການທີ່ດີແກ່ພະນັກງານ ແລະ ປະສົບການທີ່ດີແກ່ລູກຄ້າ ເຊິ່ງບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ໄດ້ຮັບລາງວັນຊະນະເລີດໃນປະເພດການມອບປະສົບການທີ່ດີທີ່ສຸດແກ່ລູກຄ້າ, ຊຶ່ງສະແດງໃຫ້ເຫັນເຖິງຄວາມຄິດດ້ານປະສົບການທີ່ບໍ່ຄືໃຜ, ໂດດເດັ່ນ, ແລະ ສ້າງສັນ, ສ້າງຄວາມໄວ້ວາງໃຈໃຫ້ແກ່ລູກຄ້າດ້ວຍການອອກແບບຜະລິດຕະພັນປະກັນໄພເພື່ອຕອບສະໜອງຕາມຄວາມຕ້ອງການຂອງພວກເຂົາໃຫ້ດີທີ່ສຸດ. (ເພີ່ມເຕີມ…)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໃຫ້ການຊ່ວຍເຫລືອລ້າ ປະກັນໄພລົດສຸກເສີນ ແລະ ປະກັນໄພອຸປະຕິເຫດ ສ່ວນບຸກຄົນໃຫ້ແກ່ອາສາສະຫມັກໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)

ໃນວັນ​ທີ 15 ທັນວາ 2021, ທີ່ ບ່ອນປະຈຳການໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ (ພົງສະຫວັນ ປະກັນໄພ) ໄດ້ໃຫ້ການຊ່ວຍເຫລືອລ້າໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)ໂດຍການໃຫ້ການຄຸ້ມຄອງປະກັນໄພລົດສຸກເສີນ ຈຳນວນ 11 ຄັນ ຊຶ່ງມີວົງເງີນຄຸ້ມຄອງຕໍ່ຄັນສູງສຸດຫຼາຍກວ່າ 100,000,000 ກີບ ແລະ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນແກ່ອາສາສະຫມັກ ຫຼາຍກວ່າ 300 ຄົນ ທີ່ມີວົງເງິນຄຸ້ມຄອງສູງສຸດຕໍ່ຄົນເຖິງ 12,000,000 ກີບ ເປັນໄລຍະເວລາ 01 ປີເຕັມ,ຊຶ່ງ​ການຄຸ້ມ​ຄອງ​ສູງ​ສຸດ​ທັງ​ລົດ​ສຸກເສີນ ​ແລະ ອາສາ​ສະໝັກມີມູນຄ່າລວມສູງກວ່າ 4.900.000.000 ກີບ. (ເພີ່ມເຕີມ…)

ພົງສະຫວັນປະກັນໄພ (ເອພີເອ) ຂໍສະແດງຄວາມຍິນດີກັບທ່ານຜູ້ໂຊກດີທີ່ໄດ້ຮັບລາງວັນໃນການສຸ່ມເລືອກຄັ້ງທີ 1

ພົງສະຫວັນປະກັນໄພ (ເອພີເອ) ຂໍສະແດງຄວາມຍິນດີກັບທ່ານຜູ້ໂຊກດີທີ່ໄດ້ຮັບລາງວັນໃນການສຸ່ມເລືອກຄັ້ງທີ 1 ໃນ Facebook Live ວັນທີ 6 ພະຈິກ 2021 ທີ່ຜ່ານມາຈາກ ປະກັນຊີວິດ ອີຊີ ແຈກໂຊກຄັ້ງຍິ່ງໃຫຍ່ ທີ່ໄດ້ຮັບ:

  • ສາຍຄໍຄໍາ ນ້ຳໜັກ 1 ບາດ ຈຳນວນ 01 ທ່ານ ແລະ
  • ບັດຕື່ມເງິນ ມູນຄ່າ 100,000ກີບ/ບັດ ຈໍານວນ 50 ທ່ານ

ແລະຂໍສະແດງຄວາມຍິນດີກັບທຸກທ່ານທີ່ໄດ້ຮັບຂອງແຈກຈາກການຫຼິ້ນກິດຈະກຳລະຫວ່າງ Live ກັບພວກເຮົາ ບໍ່ວ່າຈະເປັນ: ເສື້ອກັນຝົນ, ຄັນຮົ່ມ ແລະ ໝອນຜ້າຮົ່ມ. (ເພີ່ມເຕີມ…)

ພົງສະຫວັນ ປະກັນໄພ (ເອພີເອ) ໄດ້ຮັບລາງວັນພິເສດ “ລາງວັນທຸລະກິດລິເລີ່ມດີເດັ່ນ”

ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ ພົງສະຫວັນ ປະກັນໄພ (ເອພີເອ) ໄດ້ຮັບລາງວັນພິເສດ “ລາງວັນທຸລະກິດລິເລີ່ມດີເດັ່ນ” ຈາກການເຂົ້າຊີງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2021 (ASEAN Business Awards Laos 2021).
ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນເຖິງພາລະກິດຂອງບໍລິສັດພວກເຮົາກໍ່ຄືການເປັນບໍລິສັດປະກັນໄພນະວັດຕະກຳທີ່ເປັນທີ່ນິຍົມ ແລະ ເຊື່ອຖືໄດ້ໃນລາວ. ພວກເຮົາປະຕິບັດຕາມແນວຄວາມຄິດ ໜຶ່ງທີມ-ຄວາມຝັນອັນດຽວກັນ (One Team One Dream) ເພື່ອເຮັດວຽກໃນໂຄງການຕ່າງໆ ແລະເປັນບໍລິສັດປະກັນໄພແຫ່ງທຳອິດໃນລາວ ທີ່ນຳສະເໜີຜະລິດຕະພັນປະກັນໄພທີ່ທັນສະໄໝ ແລະ ຄວາມຄຸ້ມຄອງຮູບແບບໃໝ່ເຊັ່ນ: ຈ່າຍຕາມໂຕຈິງທີ່ທ່ານເດີນທາງກັບ LOCA, ເງິນອຸດໜູນລາຍວັນເມື່ອລົດມີການສ້ອມແປງກັບປະກັນໄພລົດໃຫຍ່, ປະກັນໄພລົດໄຟຟ້າທີ່ຖືກອອກແບບມາສະເພາະ, ປະກັນໄພມະເຮັງ, ປະກັນໄພພະຍາດຮ້າຍແຮງ, ແລະອື່ນໆ.
ພວກເຮົາມີຄວາມຕັ້ງໃຈທີ່ຈະສືບຕໍ່ພັດທະນາການລິເລີ່ມໃໝ່ໆ ແລະໃຫ້ບໍລິການທີ່ດີທີ່ສຸດແກ່ລູກຄ້າຂອງພວກເຮົາ.

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ເຊັນບົດບັນທຶກການຮ່ວມມືໃນການຊ່ວຍເຫລືອລ້າ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ.

ວັນ​ທີ 29 ຕຸລາ 2021, ທີ່ ສູນເລືອດແຫ່ງຊາດ-ອົງການກາແດງລາວ

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ (ພົງສະຫວັນ ປະກັນໄພ) ແລະ ສູນເລືອດແຫ່ງຊາດ-ອົງການກາແດງລາວ ໄດ້​ເຊັນບົດບັນທຶກການຮ່ວມມືໃນການຊ່ວຍເຫລືອລ້າ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ,ຊຶ່ງເປັນການມອບຄວາມຄຸ້ມຄອງໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດທີ່ ສູນເລືອດແຫ່ງຊາດ-ອົງການກາແດງລາວ ໃນຈຳນວນ 1,000 ຄົນເລີ່ມຕັ້ງແຕ່ວັນທີ່ 01 ພະຈິກ2021 ຈົນຄົບຈໍານວນ, ຊຶ່ງປະກັນໄພອຸປະຕິເຫດສ່ວນບຸກຄົນແມ່ນພ້ອມໃຫ້ຄວາມຄຸ້ມຄອງ 24/7 ຕໍ່ບຸກຄົນແລະທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸປະຕິເຫດຈາກການດຳລົງຊີວິດປະຈຳວັນ ທີ່ມີວົງເງິນຄຸ້ມຄອງສູງສຸດເຖິງ 5,000,000 ກີບ ເປັນໄລຍະເວລາ 01 ປີເຕັມ. (ເພີ່ມເຕີມ…)

ພົງສະຫວັນ ປະກັນໄພ ຮ່ວມມືກັບ ລາວຟອດຊີຕີ ມອບແພັກເກັດປະກັນໄພ ອຸປະຕິເຫດສ່ວນບຸກຄົນທີ່ອອກແບບພິເສດສະເພາະລູກຄ້າທີ່ຊື້ລົດຟອດທຸກລຸ້ນ.

ສິດທິພິເສດ 🎊

✅ ສຳລັບລູກຄ້າທີ່ຊື້ລົດຟອດ ທຸກລຸ້ນມື້ນີ້ ຈົນເຖິງວັນທີ 31 ທັນວາ 2021:

🎯 ຮັບຟຣີ! ຂອງແຖມສຸດຄຸ້ມຄ່າຈາກ ລາວຟອດຊີຕີ ສຳລັບຕົວທ່ານເອງ ຫຼື ມອບໃຫ້ຄົນທີ່ທ່ານຮັກ.

ດ້ວຍປະກັນໄພ ອຸປະຕິເຫດສ່ວນບຸກຄົນ ທີ່ມີວົງເງິນຄຸ້ມຄອງສູງສຸດ 300,000,000 ກີບ, ຈາກ ພົງສະຫວັນ ປະກັນໄພ (ເອພີເອ) (ເພີ່ມເຕີມ…)

ຂໍ້ສະເໜີພິເສດສໍາລັບລູກຄ້າປະກັນໄພສຸຂະພາບ “ສະບາຍໃຈ”

ສິດທິພິເສດ, ຈາກ ພົງສະຫວັນ ປະກັນໄພ (ເອພີເອ),ເນື່ອງຈາກພວກເຮົາຫວ່ງໃຍລູກຄ້າທຸກທ່ານໂດຍສະເພາະຊ່ວງໄລຍະການລະບາດຂອງພະຍາດ Covid-19 ຢູ່ໃນລາວ.

ສຳລັບລູກຄ້າທີ່ຊື້ປະກັນສຸຂະພາບ“ສະບາຍໃຈ” ນັບຕັ້ງແຕ່ວັນທີ 1 ຕຸລາ ຫາ ວັນທີ 31 ທັນວາ 2021 ນີ້, ຮັບຂໍ້ສະເໜີພິເສດຈາກ ພົງສະຫວັນ ປະກັນໄພ ຟຣີທັນທີ: (ເພີ່ມເຕີມ…)

ແຈກໂຊກຄັ້ງຍິ່ງໃຫຍ່

🎁 ພົງສະຫວັນ ປະກັນໄພ (ເອພີເອ) ແຈກໂຊກຄັ້ງຍິ່ງໃຫຍ່ ໃຫຍ່ ໃຫຍ່
ລວມຂອງລາງວັນຫຼາຍກ່ວາ 𝟏𝟎𝟎 ລາຍການ 🏅
ລວມມູນຄ່າຫຼາຍກວ່າ 𝟑𝟑,𝟎𝟎𝟎,𝟎𝟎𝟎 ກີບ
🥇ລາງວັນທີ 1 ລົດຈັກ Honda Wave 100s
🥈 ລາງວັນທີ 2 ສາຍຄໍຄໍາຫນັກ 1 ບາດ
🥉 ລາງວັນທີ 3 ບັດຕື່ມເງິນ ມູນຄ່າ 100,000ກີບ/ບັດ (100ບັດ)
✅ ພຽງແຕ່ຊື້ “ປະກັນຊີວິດ ອີຊີ” ເລີ່ມແຕ່ວັນທີ 1/7/2021 – 31/12/2021 ເພື່ອລຸ້ນຮັບຂອງລາງວັນ.

(ເພີ່ມເຕີມ…)

ປະກັນໄພພະຍາດຮ້າຍແຮງ

“ປະກັນໄພພະຍາດຮ້າຍແຮງ”ຈາກພົງສະຫວັນປະກັນໄພ (ເອພີເອ)

ຮັບເງິນເປັນກ້ອນ ສູງສຸດ 1,000,000,000ກີບ ທັນທີ ທີ່ກວດພົບພະຍາດຮ້າຍແຮງ
✅ ບໍ່ຕ້ອງກວດສຸຂະພາບ
✅ ລາຄາເລີ່ມຕົ້ນພຽງ 90,000ກີບ/ປີ
✅ ຄຸ້ມຄອງສູງສຸດ 1,000,000,000ກີບ
✅ ຜູ້ສະຫມັກເຮັດປະກັນໄພໄດ້ຕັ້ງແຕ່ອາຍຸ 0-60ປີ ແລະ ຕໍ່ອາຍຸໄດ້ເຖິງ 65 ປີ

(ເພີ່ມເຕີມ…)

ໂປຣໂມຊັ່ນ “ເພີ່ມພະລັງໃຫ້ຄົນລາວ”

ສູ້ຮ່ວມກັນ👩‍🔬
💪 ພວກເຮົາຈະຜ່ານວິກິດນີ້ໄປພ້ອມກັນ
ກັບໂປຣໂມຊັ່ນ “ເພີ່ມພະລັງໃຫ້ຄົນລາວ” ເພື່ອຕໍ່ສູ້ກັບພະຍາດທີ່ກຳລັງແຜ່ລະບາດ
ຊື້ປະກັນໄພຈາກ ພົງສະຫວັນ ປະກັນໄພ (ເອພີເອ) ມື້ນີ້
🔥 ຮັບສ່ວນຫຼຸດພິເສດ! ພ້ອມວົງເງິນຄຸ້ມຄອງສູງ! ແຕ່ຄ່າທຳນຽມຕໍ່າ! 🔥 👉🏻 ເລີ່ມຕັ້ງແຕ່ມື້ນີ້ເຖິງ 30/6/2021 ນີ້ເທົ່ານັ້ນ!
* ປະກັນສຸຂະພາບ ຮັບສ່ວນຫຼຸດ 15%
ພ້ອມການຄຸ້ມຄອງຈາກພະຍາດ ໂຄວິດ-19 ລາຄາເລີ່ມຕົ້ນພຽງ 699,000ກີບ/ປີ!
* ປະກັນລົດໃຫຍ່ ຮັບສ່ວນຫຼຸດ 50%
* ປະກັນໄພຊັບສິນ ຮັບສ່ວນຫຼຸດສູງສຸດເຖິງ 20%

(ເພີ່ມເຕີມ…)