ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໃຫ້ການຊ່ວຍເຫລືອລ້າ ປະກັນໄພລົດສຸກເສີນ ແລະ ປະກັນໄພອຸປະຕິເຫດ ສ່ວນບຸກຄົນໃຫ້ແກ່ອາສາສະຫມັກໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)
ໃນວັນທີ 15 ທັນວາ 2021, ທີ່ ບ່ອນປະຈຳການໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)
ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ (ພົງສະຫວັນ ປະກັນໄພ) ໄດ້ໃຫ້ການຊ່ວຍເຫລືອລ້າໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623)ໂດຍການໃຫ້ການຄຸ້ມຄອງປະກັນໄພລົດສຸກເສີນ ຈຳນວນ 11 ຄັນ ຊຶ່ງມີວົງເງີນຄຸ້ມຄອງຕໍ່ຄັນສູງສຸດຫຼາຍກວ່າ 100,000,000 ກີບ ແລະ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນແກ່ອາສາສະຫມັກ ຫຼາຍກວ່າ 300 ຄົນ ທີ່ມີວົງເງິນຄຸ້ມຄອງສູງສຸດຕໍ່ຄົນເຖິງ 12,000,000 ກີບ ເປັນໄລຍະເວລາ 01 ປີເຕັມ,ຊຶ່ງການຄຸ້ມຄອງສູງສຸດທັງລົດສຸກເສີນ ແລະ ອາສາສະໝັກມີມູນຄ່າລວມສູງກວ່າ 4.900.000.000 ກີບ. (ເພີ່ມເຕີມ…)