ຜູ້ອຳນວຍການໃຫຍ່ ບໍລິສັດ ພົງສະຫວັນ ປະກັນໄພ (APA), ກັບຂໍ້ຄວາມສະຫຼຸບປີ 2023, ລວມເຖິງແຜນອະນາຄົດຂອງບໍລິສັດ

ວີດີໂອການສຳພາດສຸດພິເສດ ກັບ ທ່ານ Dean Robertson, ຜູ້ອຳນວຍການໃຫຍ່ ບໍລິສັດ ພົງສະຫວັນ ປະກັນໄພ (APA), ກັບຂໍ້ຄວາມສະຫຼຸບປີ 2023, ລວມເຖິງແຜນອະນາຄົດຂອງບໍລິສັດ, ຄຸນຄ່າຫຼັກໃນການຂັບເຄື່ອນວັດທະນະທຳຂອງອົງກອນ, ແລະ ຖືໂອກາດອວຍພອນປີໃໝ່ໃຫ້ກັບທຸກທ່ານ
ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ

(ເພີ່ມເຕີມ…)

ການປະກັນໄພ ພາກບັງຄັບ ທີ່ ກົດໝາຍ ກຳນົດໄວ້ ແລະ ຮຽກຮ້ອງ ໃຫ້ຮັບຮູ້ເຖິງ ຜົນປະໂຫຍດ ຂອງປະກັນໄພ

ສປປ ລາວ ມີການຂະຫຍາຍຕົວ ແລະ ການລົງທຶນຢ່າງຫຼວງຫຼາຍ ໂດຍຄາດວ່າ ປີ 2024 ຈະເປັນປີແຫ່ງການການຂະຫຍາຍຕົວ ດ້ານການທ່ອງທ່ຽວ ແລະ ທຸລະກິດຢ່າງກວ້າງຂວາງ. ເຖິງຢ່າງໃດກໍ່ຕາມ, ອີກໜຶ່ງສິ່ງ ທີ່ທຸກທຸລະກິດຕ້ອງໃຫ້ຄວາມສຳຄັນ ແລະ ມີຄວາມຮັບຜິດຊອບ ທາງດ້ານກົດຫມາຍເພີ່ມ ກໍ່ຄື ການໃຫ້ຄວາມປອດໄພແກ່ລູກຄ້າ, ພະນັກງານ, ແລະ ທຸລະກິດຂອງພວກເຂົາ. ພົງສະຫວັນ ປະກັນໄພ (ເອພີເອ) ຈຶ່ງຂໍແຈ້ງມາຍັງ ບັນດາວິສາຫະກິດ ກ່ຽວກັບ ການປະກັນໄພ ພາກບັງຄັບ ທີ່ ກົດໝາຍ ກຳນົດໄວ້ ແລະ ຮຽກຮ້ອງ ໃຫ້ຮັບຮູ້ເຖິງ ຜົນປະໂຫຍດ ຂອງປະກັນໄພ ເມື່ອເກີດມີ ເຫດຮ້າຍ. (ເພີ່ມເຕີມ…)

ພາບບັນຍາກາດ ງານສ້າງສັນສະຫຼຸບທ້າຍປີ 2023 ຂອງ ພົງສະຫວັນ ປະກັນໄພ (ເອພີເອ)

ພາບບັນຍາກາດ ງານສ້າງສັນສະຫຼຸບທ້າຍປີ 2023 ຂອງ ພົງສະຫວັນ ປະກັນໄພ (ເອພີເອ), ພາຍໃນງານ ມີການຫຼິ້ນກິດຈະກໍາທີ່ທ້າທາຍ ແລະ ແຈກຂອງລາງວັນຫຼາກຫຼາຍໃຫ້ແກ່ທີມງານຂອງພວກເຮົາ ເພື່ອເປັນການສ້າງສາຍສຳພັນຄວາມສາມັກຄີ One Team One Dream ທີ່ເຕັມໄປດ້ວຍຄວາມຄຶກຄື້ນ ແລະ ມ່ວນຊື່ນ. ພວກເຮົາກຽມພ້ອມທີ່ຈະມອບບໍລິການ ແລະ ສະໜອງຜະລິດຕະພັນປະກັນໄພທີ່ດີໃຫ້ແກ່ລູກຄ້າທຸກທ່ານ ໃນປີ 2024 ນີ້.

ພົງສະຫວັນ ປະກັນໄພ (ເອພີເອ)… ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ

(ເພີ່ມເຕີມ…)

ໃໝ່! ພົບກັບ ປະກັນຊີວິດ ອີຊີໂກລ (EZY Life Gold) ຄັ້ງທຳອິດຂອງການລວມປະກັນໄພ

ໃໝ່! ພົບກັບ ປະກັນຊີວິດ ອີຊີໂກລ (EZY Life Gold) ຄັ້ງທຳອິດຂອງການລວມປະກັນໄພທີ່ໃຫ້ການຄຸ້ມຄອງແບບພິເສດ ຊື້ 1 ໄດ້ເຖິງ 3 ຄົບຈົບໃນບັດດຽວ

  1. ຄຸ້ມຄອງ ປະກັນຊີວິດ
  2. ຄຸ້ມຄອງ ປະກັນສຸຂະພາບ (ປິ່ນປົວກໍລະນີນອນໂຮງຫມໍ)
  3. ຄຸ້ມຄອງ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ

(ເພີ່ມເຕີມ…)

ໃຫມ່!!! ພົບກັບຜະລິດຕະພັນສຸດພຣີມ້ຽມ ຈາກ ພົງສະຫວັນ ປະກັນໄພ (ເອພີເອ)

ປະກັນໄພ ຊັບສິນ Safe Assured Insurance ເປັນປະກັນໄພທີ່ອອກແບບມາເພື່ອມອບຄວາມຄຸ້ມຄອງທີ່ຄອບຄຸມຢ່າງຮອບດ້ານສຳລັບທຸລະກິດ ຫຼື ຕຶກອາຄານຂອງທ່ານ.

ດ້ວຍການຄຸ້ມຄອງໂດຍກົງຕໍ່ຄວາມເສຍຫາຍຕົວຈິງ ຫຼື ການສູນເສຍຂອງຊັບສິນ ທີ່ເກີດຈາກ:

  1. ໄຟໄໝ້, ຟ້າຜ່າ, ຄວັນ, ນ້ຳຖ້ວມ, ລົມພະຍຸ, ແຜ່ນດິນໄຫວ.
  2. ການລະເບີດ, ເຮືອບິນ, ຄວາມເສຍຫາຍຈາກນ້ຳ, ລົດຕຳ, ການເປ່ເພຂອງເຄື່ອງຈັກ.
  3. ການຈາລະຈົນ, ການປະທ້ວງ, ມຸ່ງຮ້າຍ ແລະ ອື່ນໆ.

(ເພີ່ມເຕີມ…)

ເດືອນແຫ່ງຄວາມຮັກ ກຸມພາ ນີ້ ພົບກັບ ໂປຣໂມຊັ່ນສຸດພິເສດ

ເດືອນແຫ່ງຄວາມຮັກ ກຸມພາ ນີ້ ພົບກັບ ໂປຣໂມຊັ່ນສຸດພິເສດ ປະກັນໄພ ການເດີນທາງ ແຈກສ່ວນຫຼຸດສູງເຖິງ 14%

ຈະທ່ຽວລາວ ທ່ຽວໃສ ຫຼື ທ່ຽວທົ່ວໂລກ ກໍ່ອຸ່ນໃຈໄດ້ກັບການຄຸ້ມຄອງຈາກ ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ການຄຸ້ມຄອງທາງດ້ານຊັບສິນ ເເລະ ຄວາມຊ່ວຍເຫຼືອທາງດ້ານການເເພດ ເຊິ່ງມີທັງເເບບບຸກຄົນ,​ ຄອບຄົວ ເເລະ ເປັນກຸ່ມ ໃຫ້ທ່ານສະບາຍໃຈຕັ້ງເເຕ່ກ້າວທຳອິດທີ່ອອກຈາກບ້ານ ເຊິ່ງພວກເຮົາໃຫ້ການຄຸ້ມຄອງດັ່ງນີ້: (ເພີ່ມເຕີມ…)

ພາບບັນຍາກາດ ຂອງງານສຳມະນາ The Leadership and Year plan 2024, ໂຄງການ EZY Life

ພາບບັນຍາກາດ ຂອງງານສຳມະນາ The Leadership and Year plan 2024, ໂຄງການ EZY Life Project ທີ່ໄດ້ຈັດຂຶ້ນເປັນປີທຳອິດໃນວັນທີ 6 ມັງກອນຜ່ານມານີ້. ນອກຈາກ ຈະມີ ຫົວຂໍ້ການສຳມະນາ ທີ່ໜ້າສົນໃຈແລ້ວ ຍັງມີກິດຈະກຳໃຫ້ທຸກຄົນໄດ້ຮ່ວມມ່ວນຊື່ນ ແລະ ເພີດເພີນຕະຫຼອດງານ.

ພົບກັບ Diamond Car VIP Insurance ປະກັນໄພທາງເລືອກໃໝ່ສຳລັບລົດຫຼູ

ຕອບໂຈດທຸກການຂັບຂີ່

ເຕັມທີ່ໄດ້ທຸກເສັ້ນທາງ

ທີມງານຂອງພວກເຮົາພ້ອມທີ່ຈະມອບບໍລິການ ແລະ ຈັດຫາສິ່ງທີ່ດີທີ່ສຸດມາໃຫ້ທ່ານສະເໝີ.

ພົງສະຫວັນ ປະກັນໄພ (ເອພີເອ)…

ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ …

ພິທີເຊັນສັນຍາລະຫວ່າງ ບໍລິສັດ ພົງສະຫວັນ ປະກັນໄພ (ເອພິເອ) ຈໍາກັດ ແລະ ບໍລິສັດ ສາຍຝົນ ໂບຼກເກີປະກັນໄພລາວ ຈຳກັດ

ບໍລິສັດ ພົງສະຫວັນ ປະກັນໄພ ເອພີເອ ແລະ ບໍລິສັດ ສາຍຝົນ ໂບຼກເກີປະກັນໄພລາວ ຈຳກັດ ໄດ້ລົງນາມສັນຍາຄູ່ຮ່ວມມືຍຸດທະສາດ ໂດຍທັງສອງຝ່າຍຈະເຮັດວຽກຮ່ວມກັນເພື່ອການຈຳໜ່າຍປະກັນໄພຜ່ານແອັບພລິເຄຊັ່ນ Saiyfon. ​ເຊິ່ງຈະ​ເປັນການອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ລູກ​ຄ້າ ​ໃນ​ການ​ຊື້​ປະກັນ​ໄພ​ຜ່ານ​ແອັບດັ່ງກ່າວ. ນອກ​ຈາກນີ້, ສອງ​ບໍລິສັດ​ຍັງ​ຈະຮ່ວມກັນ​ປັບປຸງແອັບພລິເຄຊັ່ນ ​ ​ເພື່ອໃຫ້​ຕອບ​ສະໜອງ​ກັບຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ​ແລະ​ ລັດຖະບານໃນຕໍ່ໜ້າອີກດ້ວຍ. (ເພີ່ມເຕີມ…)

ຂັບເຄື່ອນພະລັງງານສະອາດ ເພື່ອການເຕີບໂຕແບບຍືນຍົງ

ສປປ ລາວ ຖືກຂະໜາມນາມວ່າເປັນ “ແບັດເຕີລີ່ແຫ່ງເອເຊຍ”, ເຊີ່ງພົງສະຫວັນ ປະກັນໄພ ໃນຖານະທີ່ເປັນຜູ້ບຸກເບີກ ປະກັນລົດຍົນໄຟຟ້າ (Electric Vehicle) ມີຄວາມຍີນດີທີ່ຈະເປັນຫົວຫຼັກຫົວຕໍໃນການລິເລີ່ມປະຕິວັດພະລັງງານສີຂຽວໃນປະເທດລາວເຊັ່ນດຽວກັນ

ທ່ານ ດີນ ໂຣເບີດຣ໌ສັນ,ຜູ້ອຳນວຍການໃຫຍ່, ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ, ໄດ້ຮັບກຽດເປັນຜູ້ປາໄສ ແລະ ຜູ້ແທນຄະນະສະມາຊິກ ໃນງານ EV Event ທີ່ໄດ້ຈັດຂື້ນເປັນຄັ້ງທີ່ 2 ໃນວັນທີ 7 ກໍລະກົດ 2023 ທີ່ນະຄອງຫຼວງວຽງຈັນ.​ງານດັ່ງກ່າວ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກທຸລະກິດພາຍໃນທ້ອງຖິ່ນ ແລະ ເປັນການໃຫ້ໂອກາດທີ່ດີ ໃນການແລກປ່ຽນຄວາມຮູ້, ສິ່ງທ້າທາຍ ແລະ ແບ່ງປັນການແກ້ໄຂບັນຫາ ລະຫວ່າງຜູ້ຜະລິດ ແລະ ຜູ້ເລີ່ມຕົ້ນໃຊ້ງານຕົວລົດໄຟຟ້າເອງ. (ເພີ່ມເຕີມ…)