ພິທີເຊັນສັນຍາລະຫວ່າງ ບໍລິສັດ ພົງສະຫວັນ ປະກັນໄພ (ເອພິເອ) ຈໍາກັດ ແລະ ບໍລິສັດ ອິນດັດສ໌ເທັກ ຈຳກັດ
ບໍລິສັດ ພົງສະຫວັນ ປະກັນໄພ (ເອພິເອ) ຈໍາກັດ ແລະ ບໍລິສັດ ອິນດັດສ໌ເທັກ ຈຳກັດ ໄດ້ມີການເຮັດຂໍ້ຕົກລົງຮ່ວມມືທາງກົນລະຍຸດ ໂດຍທັງສອງຝ່າຍຈະລວມວິທີການເເກ້ໄຂ ລະຫວ່າງ ປະກັນໄພ ແລະ ການເຝິກອົບຮົມທີ່ກ່ຽວຂ້ອງ, ເພື່ັອປັບປຸງການເຮັດວຽກໃຫ້ມີຄຸນນະພາບ, ປອດໄພ ແລະ ປັບປຸງສະພາບແວດລ້ອມໃນບ່ອນເຮັດວຽກໃຫ້ດີຂື້ນ
ໂດຍການຮ່ວມມືໃນເບື້ອງຕົ້ນ ຈະລວມເອົາປະກັນໄພ ອຸບັດຕິເຫດ ສ່ວນບຸກຄົນ ກັບຄວາມປອດໄພຂອງພະນັກງານ ແລະ ການເຝິກອົບຮົມດ້ານຄວາມປອດໄພ ທີ່ ບໍລິສັດ ອິນດັດສ໌ເທັກ ມອບໃຫ້ກັບບໍລິສັດໃນປະເທດລາວ ແລະ ຕ່າງປະເທດ. ການເຝິກອົບຮົມນີ້ນຳໃຊ້ກັບທຸກພາກ ອຸດສາຫະກຳ ແລະ ໂດຍສະເພາະແມ່ນກັບພາກສ່ວນທີ່ມີຄວາມສ່ຽງສູງ ເຊັ່ນ: ການຂຸດຄົ້ນບໍ່ແຮ່, ການກໍ່ສ້າງ, ການຜະລິດໄຟຟ້າ ເປັນຕົ້ນ. ທັງສອງຝ່າຍຍັງໄດ້ຕົກລົງທີ່ຈະຮ່ວມມືສຳຫຼວດພື້ນທີ່ເພີ່ມຕື່ມໃນການຮ່ວມມື ເຊິ່ງໃຊ້ປະໂຫຍດຈາກຈຸດແຂງຂອງຕົນ ໃນນັ້ນລວມມີການຮ່ວມມືແກ້ໄຂບັນຫາທາງການຕະຫຼາດໃຫ້ກັບແຕ່ລະອົງກອນ. (ເພີ່ມເຕີມ…)